• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າກໍ່າປັ່ນຮັບແຂກທ່ອງທ່ຽວສາກົນຮ້າລອງ ຕ້ອນຮັບກໍ່າປັ່ນ 5 ດາວ ລໍາທໍາອິດ

      ເຫດການຕ້ອນຮັບກໍ່າປັ່ນຂົນສົ່ງແຂກທ່ອງທ່ຽວສາກົນຖ້ຽວທໍາອິດນີ້ ໄດ້ສ້າງ ບາດລ້ຽວໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວຂອງແຂວງກວາງນິງ

ກໍ່າປັ່ນທ່ອງທ່ຽວ 5 ດາວ ຂອງ ບໍລິສັດກໍ່າປັ່ນ Royal Caribbean Cruise Lines ຂອງ ອາເມລິກາ 
      ຕອນເຊົ້າວັນທີ 27 ພະຈິກ, ມີແຂກທ່ອງທ່ຽວ ກວ່າ 3.000 ຄົນ ພ້ອມດ້ວຍ ລູກເຮືອໃນກໍ່າປັ່ນທ່ອງທ່ຽວ 5 ດາວ ຂອງ ບໍລິສັດກໍ່າປັ່ນ Royal Caribbean Cruise Lines ຂອງ ອາເມລິກາ ໄດ້ເຂົ້າທຽບທ່າກໍ່າປັ່ນຮັບແຂກທ່ອງທ່ຽວສາກົນ ຮ້າລອງ (ນະຄອນ ຮ້າລອງ, ແຂວງກວາງນິງ ຂອງຫວຽດນາມ) ເພື່ອມາຢ້ຽມຢາມອ່າວຮ້າລອງ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງກວາງນິງ. ເຫດການຕ້ອນຮັບກໍ່າປັ່ນຂົນສົ່ງແຂກທ່ອງທ່ຽວສາກົນຖ້ຽວທໍາອິດນີ້ ໄດ້ສ້າງ ບາດລ້ຽວໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວຂອງແຂວງກວາງນິງ, ພິເສດແມ່ນແຂວງກວາງນິງ ໄດ້ນໍາ ທ່າກໍ່າປັ່ນສໍາລັບແຂກທ່ອງທ່ຽວສາກົນຮ້າລອງ ເຂົ້າໃຊ້ເຄື່ອນໄຫວ. ທ່ານຫງວຽນດຶກລອງ, ປະທານຄະນະກໍາມະການປະຊາຊົນແຂວງກວາງນິງ, ໃຫ້ຮູ້ວ່າ:
        ທ່າກໍ່າປັ່ນຮັບແຂກທ່ອງທ່ຽວສາກົນຮ້າລອງ ໄດ້ນໍາເຂົ້າໃຊ້ເຄື່ອນໄຫວແມ່ນຂີດໝາຍສໍາຄັນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາກໍ່າປັນຂົນສົ່ງແຂກທ່ອງທ່ຽວ ເຂົ້າມາອ່າວ ຮ້າລອງ ໂດຍກົງ ອັນໄດ້ສ້າງຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ແລະ ບັນດາບໍລິສັດກໍ່າປັນອື່ນ. ນີ້ແມ່ນ ທ່າກໍ່າປັ່ນສໍາລັບແຂກທ່ອງທ່ຽວສາກົນ ມີຄວາມໝາຍພິເສດໃນ ການພັດທະນາເສດຖະກິດ, ສັງຄົມ”.
        ທ່າກໍ່າປັ່ນຮັບແຂກທ່ອງທ່ຽວສາກົນຮ້າລອງ ແມ່ນ ທ່າຮັບໃຊ້ສະເພາະຜູ້ໂດຍສານທໍາອິດຂອງທົ່ວປະເທດ ໂດຍ ກົມການເດີນທະເລຫວຽດນາມ (ກະຊວງການຄົມມະນາຄົມ) ອອກໃບອະນຸຍາດໃຫ້ດໍາເນີນການເຄື່ອນໄຫວ. ກິດຈະກໍາດັ່ງກ່າວມີທຶນທັງໝົດເກືອບ 1.100 ຕື້ດົ່ງ, ໂດຍບໍລິສັດ ຕາເວັນຮ້າລອງ ຈໍາກັດ ລົງທຶນ ແລະ ສາມາດຮັບໃຊ້ຜູ້ໂດຍສານປະມານ 8.500 ຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top