• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທາບທາມຄຳເຫັນການເມືອງ ຫວຽດນາມ - ລາວຄັ້ງທີ 2

      ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ, ວັນທີ 31 ພຶດສະພາປີ 2017, ຢູ່ ລາວ, ທ່ານຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ດັ້ງດີງກູຍ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີການຕ່າງປະເທດລາວ ເປັນປະທານຮ່ວມກອງປະຊຸມທາບທາມຄຳເຫັນການເມືອງຄັ້ງທີ 2 ລະຫວ່າງສອງກະຊວງ. 
 
      ທີ່ການປະຊຸມ, ສອງຝ່າຍເຫັນດີ ສົມທົບກັນຢ່າງແຫນ້ນແຟ້ນ ເພື່ອແນໃສ່ສືບຕໍ່ເພີ່ມທະວີ ແລະ ປັບປຸງ ການພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ໃນໄລຈະມາເຖິງ, ສົມທົບກັນຈັດຕັ້ງປີສາມັກຄີມິດຕະພາບ ຫວຽດນາມ 2017 ໃຫ້ສຳເລັດຜົນ, ປ່ຽນໃຫມ່ຮູບການໂຄສະນາ ແລະ ສຶກສາ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ ພິເສດແມ່ນລຸ້ນຫນຸ່ມຂອງສອງປະເທດ ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮັບຜິດຊອບໃນວຽກງານຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງກະຊວງການຕ່າງປະເທດ, ກະກຽມຈັດຕັ້ງກອງປະຊຸມທາບທາມຄຳເຫັນປະຈຳປີຄັ້ງທີ 4 ລະຫວ່າງສອງກະຊວງການຕ່າງປະເທດໃນທ້າຍປີ 2017 ຢູ່ ຮ່າໂນ້ຍ. ສອງຝ່າຍກໍ່ເປັນເອກະພາບຈັດຕັ້ງກອງປະຊຸມທາບທາມຄຳເຫັນການເມືອງຄັ້ງທີ 3 ລະຫວ່າງສອງກະຊວງການຕ່າງປະເທດ ຢູ່ ຫວຽດນາມ ໃນປີ 2018. ພາຍຫລັງກອງປະຊຸມ, ສອງຝ່າຍໄດ້ຈັດຕັ້ງການສົນທະນາ ແລກປ່ຽນ ກ່ຽວກັບນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ ແລະ ບັນດາບັນຫາສາກົນ ແລະພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢືນຢັນສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດ ໃນຂອບເຂດ ອາຊຽນ, ພ້ອມກັນສົມທົບກັບບັນດາປະເທດອື່ນໃນ ອາຊຽນຮັກສາ ບົດບາດ ແລະ ຫລັກໝັ້ນລວມຂອງອາຊຽນ ໃນບັນດາຍຸດທະສາດຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top