• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະເລໝູ່ເກາະຫວຽດນາມ: ໄຂງານວາງສະແດງກ່ຽວກັບທະເລໝູ່ເກາະ, ນັກຮົບກອງທັບເຮືອ

ວັນທີ 18 ກໍລະກົດ, ຢູ່ຫໍພິພິທະພັນແຂວງລາວກາຍ, ກົມການເມືອງ ເຫຼົ່າທັບເຮືອ ໄດ້ສົມທົບກັບພະແນກວັດທະນະທໍາ - ກິລາ ແລະ ທ່ອງທ່ຽວ ແຂວງລາວກາຍ ຂອງຫວຽດນາມ ຈັດຕັ້ງງານວາງສະແດງ ດ້ວຍຫົວຂໍ້ວ່າ “ທະເລໝູ່ເກາະ ແລະ ນັກຮົບກອງທັບເຮືອ - ລາວກາຍ ຮ່ວມແຮງຮ່ວມໃຈ ສ້າງສາ ແລະ ປົກປັກຮັກສາອໍານາດອະທິປະໄຕຊາຍແດນ - ທະເລໝູ່ເກາະຂອງປະເທດຊາດ”.


ຄະນະຜູ້ແທນທ່ຽວຊົມງານວາງສະແດງ 

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວ ທີ່ມີຄວາມໝາຍໃນ ບັນດາເຫດການພົວພັນແລກປ່ຽນ, ລົງນາມສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະ ລະຫວ່າງຄະນະພັກເຫຼົ່າທັບເຮືອ ກັບຄະນະພັກແຂວງລາວກາຍ.

        ທີ່ງານວາງສະແດງ ໄດ້ວາງສະແດງຮູບຖ່າຍ 300 ແຜ່ນ, ແຜນວາດ ແລະ ແຜນທີ່ 16ແຜ່ນ, ວັດຖຸພັນທີ່ເປັນພາບໂຄສະນາ 100 ແຜ່ນ ... ຜ່ານນັ້ນ, ປະກອບສ່ວນຖະແຫຼງຂ່າວ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນທຸກຊັ້ນວັນນະໃນບໍລິເວນແຂວງ ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສໍາຄັນຂອງທະເລ, ໝູ່ເກາະໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມທັງ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພາລະໜ້າທີ່, ວິລະກໍາຂອງກອງທັບເຮືອປະຊາຊົນຫວຽດນາມ.

        ງານວາງສະແດງຈະໄດ້ດໍາເນີນຮອດທ້າຍເດືອນສິງຫາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)


ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top