• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖ້ຳເຊີນດອງຢູ່ພາກກາງຫວຽດນາມແມ່ນສະຖານທີ່ທ່ອງທ່ຽວເປັນຫນ້າໄປຢ້ຽມຢາມທີ່ສຸດໃນໂລກ

ວັນທີ 4 ມັງກອນ, ທ່ານ ດັ້ງດົງຮ່າ ຮອງຫົວຫນ້າພະແນກທ່ອງທ່ຽວ ແຂວງ ກວ໋າງບີງ ໄດ້ຢັ້ງຢືນວ່າ: Lonely Plannet ວາລະສານທີ່ມີຊື່ສຽງໃນໂລກ ກ່ຽວກັບການແນະນຳ ແລະ ສະຫນອງຂໍ້ມູນໃຫ້ແກ່ແຂກທ່ອງທ່ຽວ ໄດ້ຍົກໃຫ້ເຫັນສະຖານທີ່ທ່ອງທ່ຽວ 5 ແຫ່ງ ທີ່ເປັນຫນ້າໄປຢ້ຽມຢາມທີ່ສຸດໃນທົ່ວໂລກໃນປີ 2019.


ຖ້ຳເຊີນດອງ 

ພາບ:vietnam+


ໃນນັ້ນ ຖ້ຳເຊີນດອງ ຢູ່ ແຂວງ ກວ໋າງບີງ ຂອງຫວຽດນາມ ແມ່ນຖ້ຳໃຫຍ່ທີ່ສຸດໃນໂລກກໍ່ໄດ້ຈັດຢູ່ໃນອັນດັບ 3 ຖັດຈາກ ເສັ້ນທາງ Inca ໄປເຖິງ Machu Picchu ຢູ່ ເປຣູ ແລະ ງານບຸນວັດທະນະທຳດົນຕີ ສິລະປະ Buring Man ຢູ່ ເນວາດາ.

ເພື່ອເຮັດໃຫ້ຄວາມໄຝ່ຝັນຂອງຕົນໃຫ້ເປັນຈິງ, ວາລະສານ Lonely Plannet ໃສ່ໃຈວ່າ ແຂກທ່ອງທ່ຽວ ຕ້ອງຂຶ້ນແຜນຂອງເພື່ອຈ່ອງບ່ອນໃຫ້ແກ່ການໄປຢ້ຽມຊົມໃນທັນທີ. ພິເສດ ຖ້ຳເຊີນດອງ ແຂກທ່ອງທ່ຽວຜູ້ໃດຢາກໄປຄົ້ນຫາ ຕ້ອງຈ່ອງບ່ອນກ່ອນ ຜ່ານ ເວັບໄຊ ຂອງບໍລິສັດ Oxalis. ປະຈຸບັນ ຍັງເຫລືອພຽງເກືອບ 300 ບ່ອນເທົ່ານັ້ນ ໃນຍອດຈຳນວນ 1000 ຄົນໄດ້ຮັບອະນຸຍາດຄົ້ນຫາຖ້ຳເຊີນດອງໃນປີ 2019.

(ແຫຼ່ງຄັດຈາກ VOV)

ລາວ ຢືນຢັນບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າເສັ້ນທາງ 50 ປີແຫ່ງການພັດທະນາ

ລາວ ຢືນຢັນບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າເສັ້ນທາງ 50 ປີແຫ່ງການພັດທະນາ

ລາວ ກໍ່ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຕາມວິໄສທັດການພັດທະນາ. ຈາກປະເທດບໍ່ມີທະເລ, ລາວ ໄພວມກາຍເປັນປະເທດເຊື່ອມຕໍ່ຜ່ານທາງບົກ, ທາງນ້ຳ ແລະ ທາງການບິ່ນເທື່ອລະກ້າວ.

Top