• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖັນແຖວປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ

      ຕອນບ່າຍວັນທີ 15 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງໄດ້ເປັນປະທານກອງປະຊຸມທົ່ວປະເທດ “ຖັນແຖວປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ”
ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງໄດ້ເປັນປະທານກອງປະຊຸມ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ໄດ້ຕັກເຕືອນບັນດານັກວິທະຍາສາດຄວນສຸມໃສ່ປະຕິບັດບາງໜ້າທີີ່ຄື: ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເພີີ່ມທະວີບົດບາດຂອງຖັນແຖວປັນຍາຊົນໃນກຸ່ມກ້ອນມະຫາສາມັກຄີບົນພື້ນຖານສະພັນທະມິດ ກຳມະກອນ-ຊາວກະສີກອນ-ປັນຍາຊົນ; ເຂົ້າຮ່ວມປະກອບສວ່ນ ນຳວິທະຍາສາດ ແລະ ເຕັກໂນໂລຢີ ພັດທະນາຂຶ້ນສູ່ລະດັບສູງໃໝ່.
     ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ຢືນຢັນວ່າ ພັກ, ລັດ, ລັດຖະບານຍາມໃດກໍເອົາໃຈໃສ່ ແລະ ມີຄວາມເຊື່ອໝັ້ນຕໍ່ຖັນແຖວປັນຍາຊົນຫວຽດນາມ, ພ້ອມທັງປາດຖະໜາວ່າ ຖັນແຖວປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີ ສືບຕໍ່ມີການປະກອບສ່ວນຫຼາຍກ່ວາອີກເຂົ້າໃນ ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top