• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະໜົນດອກໄມ້ລະດູບານໃໝ່ຢູ່ເກີນເທີຄາດວ່າຈະຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນ


ຖະ​ໜົນ​ດອ​ກ​ໄມ້​ລະ​ດູ​ບານ​ໃໝ່​ຢູ່​ເກີນ​ເທີ
(ພາບ: plo.vn)
      ​ຕອນ​ຄ່່ຳ​ວັນ​ທີ 24/01, ຢູ່​ນະ​ຄອນ​ເກີນ​ເທີ ໄດ້​ໄຂ​ຖະ​ໜົນ​ດອກ​ໄມ້ ແລະ ຖະ​ໜົນ​ດອກ​ໄຟ​ແສງ​ສີສິ​ລະ​ປະເພື່ອຊົມ​ເ​ຊີຍ​ພັກ, ຕ້ອນ​ຮັບ​ບຸ​ນ​ປີ​ໃໝ່​ປີ​ລະ​ກາ 2017. ນີ້​ແມ່ນ​ຄັ້ງ​ທີ 4, ​ທີ່ນະ​ຄອນ​ເກີນ​ເທີ ຈັດ​ຕັ້ງຖະ​ໜົນ​ດອ​ກ​ໄມ້​ລະ​ດູ​ບານ​ໃໝ່. ຖະ​ໜົນ​ດອກ​ໄຟ​ສິ​ລະ​ປະ​ໄດ້​​ເປີດ​ໄວ້​ຕະ​ຫຼອດຢູ່​ຕາມ​ສາຍ​ທາງ​ຕົ້ນ​ຕໍ​ຮ່​ວາ​ບິ່ງ ຜ່ານ​ເຂດ​ໃຈ​ກາງ​ເມືອງ​ນິງ​ກ່ຽວ, ນະ​ຄອນ​ເກີນ​ເທີ. ຖະ​ໜົນ​ດອກ​ໄມ້​ສິ​ລະ​ປະ​ໄດ້​ປະ​ຕິ​ບັດ​ຢູ່​ຖະ​ໜົນ​ຄູ່​ວັນ​ເຕີນ/ຫງວຽນ​ທ໋າຍ​ຫອກ, ເມືອງ​ນິງ​ກ່ຽວ. ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽ​ວ​ມາ​ຢ້ຽມ​ຢາມ​ຖະ​ໜົນ​ດອກ​ໄມ້, ຖະ​ໜົນ​ດອກ​ໄຟ​​ແສງ​ສີສິ​ລະ​ປະ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ເປັນ​ຈຳ​ນວນ​ຫຼາຍ. ເອື້ອຍ ເລີມ​ແຫ້ງງວຽນ, ຊາວ​ນະ​ຄອນ​ເກີນ​ເທີ, ແບ່ງ​ປັນ​ວ່າ.
        “ເຫັນ​ດອກ​ໄມ້​ສົດ ແລະ ສີ​ສັນປະ​ສານ​ກັນ​ຢ່າງ​ກົມ​ກ​ຽວ​ທີ່​ສຸດ, ຖະ​ໜົນ​ດອກ​ໄມ້​ນີ້​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​​ຄ້າຍຄື​​ວ່າ​ພັນ​ລະ​ນາ​ໄດ້​ໝົດ​ເກີນ​ເທີ ຂອງ​ຕ​ົນ. ເມື່ອ​ຍ່າງ​ຢູ່​ຖະ​ໜົນ​ດອກ​ໄມ້, ເຫັນ​ດອກ​ໄມ້​ບານ​, ຮູ້​ສຶກ​ສາ​ບຸນ​ປີ​ໃໝ່​ມີ​ຄວາມ​ສົມ​ບູນ​ພູນ​ສຸກ. ເມື່​ອ​ໄປ​ພ້ອມ​ກັບ​ຄອບ​ຄົວ​ຍິ່ງ​ມ່ວນກວ່າ”.
        ຖະ​ໜົນ​ດອກ​ໄມ້​ສິ​ລະ​ປະ​ນະ​ຄອນ​ເກີນ​ເທີ ຈະ​ເປີດ​ປະ​ຕູ​ຮອດ​ວັນ​ທີ 03/02, ກົງ​ກັບ​ວັນ​ທີ 6 ເດືອນ​ຈຽງ​ຈຶ່ງ​ຈະ​ອັດ​ລົງ ແລະ ຄາດ​ວ່າ​ຈະ​ຕ້ອ​ນ​ຮັບ​ຜູ້​ມາຢ້ຽມ​ຊົມ​ນັບ​ໝື່ນ​ຄົນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top