• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຂອງກອງປະຊຸມສຸດຍອດພິເສດຂອງອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19

      ຕອນເຊົ້າວັນທີ 14 ເມສາ 2020, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກດ້ວຍບົດບາດເປັນປະທານອາຊຽນ 2020 ໄດ້ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19.

ກອງປະຊຸມສຸດຍອດພິເສດຂອງອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19 (ພາບ:  dangcongsan.vn)
      ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມສຸດຍອດຂອງອາຊຽນໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໂດຍມີການເຂົ້າຮ່ວມຢ່າງຄົບຖ້ວນຂອງການນຳ 10 ປະເທດສະມາຊິກອາຊຽນ. ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມສຸດຍອດພິເສດອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid -19.
            ບັນດາການນຳອາຊຽນໄດ້ຮຽກຮ້ອງໃຫ້ຍູ້ແຮງປະຊາຄົມອາຊຽນເອົາໃຈໃສ່ແລະແບ່ງປັນເຊິ່ງເປັນບ່ອນທີ່ບັນດາປະເທດສະມາຊິກອາຊຽນໜູນຊ່ວຍເຊິ່ງກັນແລະກັນໃນໄລຍະທີ່ຫຍຸ້ງຍາກນີ້. ການນຳບັນດາປະເທດອາຊຽນກໍ່ຢັ້ງຢືນບຸລິມະສິດຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນແລະສະໜອງການໜູນຊ່ວຍທີ່ຈຳເປັນໃຫ້ແກ່ພົນລະເມືອງຂອງບັນດາປະເທດສະມາຊິກອາຊຽນທີ່ຖືກຜົນສະທ້ອນຈາກໂລກລະບາດຢູ່ບັນດາປະເທດສະມາຊິກຫຼືປະເທດທີ 3, ເຫັນດີເປັນເອກະພາບຮັກສາຄຳໝັ້ນສັນຍາເປີດປະຕູຕະຫຼາດອາຊຽນໃຫ້ແກ່ການຄ້າແລະການລົງທຶນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນກັບບັນດາຄູ່ຮ່ວມມືຂອງອາຊຽນ… ຖະແຫຼງການກໍ່ສົ່ງເສີມ ການສ້າງແຜນການຟື້ນຟູພາຍຫຼັງສິ້ນສຸດໂລກລະບາດເພື່ອແບ່ງປັນບັນດາບົດຮຽນ, ປະສົບການ, ຟື້ນຟູການເຊື່ອມຕໍ່ອາຊຽນ, ຂະແໜງການທ່ອງທ່ຽວ, ການເຄື່ອນໄຫວດຳເນີນທຸລະກິດແລະການເຄື່ອນໄຫວສັງຄົມປະຈຳວັນຂອງອາຊຽນ, ສະກັດກັ້ນກໍລະນີ ທີ່ເສດຖະກິດຈະຊຸດໂຊມ.
            ການນຳບັນດາປະເທດອາຊຽນກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບ WHO, ບັນດາຄູ່ຮ່ວມມືອາຊຽນແລະປະຊາຄົມສາກົນຢ່າງແໜ້ນແຟ້ນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ຮັກສາຄວາມປອດໄພແລະການທຳມາຫາກິນລ້ຽງຊີບຂອງປະຊາຊົນ, ພ້ອມທັງຮັກສາທ່ວງທ່າສ້າງຕັ້ງປະຊາຄົມອາຊຽນເພື່ອການພັດທະນາແບບຍືນຍົງ, ການເຕີບໂຕແບບ  ກວມລວມ ແລະບໍ່ປະໃຫ້ຜູ້ໃດຕົກທາງຫຼັງ.
 (ແຫຼ່ງຄັດຈາກ VOV)

ການ​ສົນ​ທະ​ນາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ອີ​ຕາ​ລີ: ຫວຽດ​ນາມ ຢຶດ​ໝັ້ນ​ຕ​ໍ່​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ 4 ບໍ່

ການ​ສົນ​ທະ​ນາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ອີ​ຕາ​ລີ: ຫວຽດ​ນາມ ຢຶດ​ໝັ້ນ​ຕ​ໍ່​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ “4 ບໍ່”

ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດຳເນີນການສົນທະນານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອີຕາລີ ຄັ້ງທີ 5, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Matteo Perego di Cremnago ລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ.

Top