• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອງພັດທະນານະຄອນເກີນເທີຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ


ທ່ານນາງ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ຕອນ​ເຊົ້າ​ວັນ​ທີ 6/8, ຢູ່ນະຄອນ ​ເກີນ​ເທ​ີ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ພັກ​ນະຄອນ ​ເກີນ​ເທີ ກ່ຽວ​ກັບ​ໝາກຜົນ​ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ເກີນ​ເທີ ​ໃນ​ໄລຍະ​ຫັນ​ປະ​ເທດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ. ທ່ານ​ນາງ ຫງວຽນ​ທິກິ​ມ​ເງິນ ຖື​ວ່າ: ​​ໃນ​ວິທີ​ການ​ຕີ​ລາຄາ, ນະຄອນ ​ເກີນ​ເທີ​ຕ້ອງ​ມີ​ບັນດາ​ການ​ປຽບທຽບ​ກ່ອນ ​ແລະ ຫຼັງ​ການ​ປະຕິບັດ​ມະຕິ​ເລກທີ 45 ມີ​ບັນດາ​ສິ່ງ​ສະ​ດວກ ​ແລະ ຄວາມ​ຫຍຸ້ງຍາກ​ໃດ​ແດ່ ​ແລະ ໝາກຜົນ​ຄື​ແນວ​ໃດ. ການ​ສົມທົບ​ຂອງ ​ເກີນ​ເທີ ກັບ​ບັນດາ​ຄະນະ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ດີ​ພໍ​ສົມຄວນ, ​ແຕ່​ຕ້ອງ​​ເຮັດ​ແຈ້ງຄວາມ​ຮັບຜິດ​ຊອບ, ​ໄຈ້​ແຍກ​ແຫຼ່ງກຳລັງ, ການ​ໜູນ​ຊ່ວຍ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ເພື່ອ​ອອກ​ມາດ​ຕະການ​ປະຕິ​ບັດ.  ຄຽງ​ຄູ່​ກັນ​ນັ້ນ, ​ເກີນ​ເທີ ຕ້ອງ​ກວດກາ, ປັບປຸງ​ເພີ່ມ​ເຕີມ​ແຜນການ ພັດທະນາ​ເສດຖະກິດ - ສັງຄົມ​​ໃຫ້​​ເໝາະ​ສົມ​ກັບ​ບົດບາດ​ໜ​້າທີ່​ເປັນ​ນະຄອນ ​ໃຈກາງ, ປະຕິບັດ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top