• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕິດຕາມກວດກາການປະຕິບັດນະໂຍບາຍກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ

ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບ: ວິທະຍາສາດ-ພັດທະນາ)
      ວັນ​ທີ 12/8, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ຕິດຕາມກວກາຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ກັບ “ປະສິດ​ທິຜົນ​ແຫ່ງ​ການ​ປະຕິບັດ​ນະ​ໄຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີເພື່ອ​ແນ​ໃສ່​ຊຸກຍູ້​ການ​ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໄລຍະ 2005-2015, ທິດ​ທາງ​ພັດທະນາ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍູ້​ແຮງ​ອຸດສາຫະກຳ​ສຳຮອງ ​ແລະ ກົນ​ຈັດ“. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຖື​ວ່າ, ​ແຫຼ່ງກຳລັງ​ລົງທຶນ​ໃຫ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ແມ່ນ​ສຳຄັນ​ທີ່​ສຸດ, ​ໃນ​ນັ້ນ​ມີ​ແຫຼ່ງກຳລັງ​​ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ລະດົມ​ແຫຼ່ງກຳລັງ​ນີ້​ໃຫ້​ໄດ້, ສິ່ງ​ສຳຄັນທີ່​ສຸດ​ແມ່ນກົນ​ໄກ​ເສດຖະກິດ. ຢາກ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແມ່ນ​ຕ້ອງ​ມີ​ກົນ​ໄກ​ໜູນ​ຊ່ວຍ​ດ້ານ​ພາສີ, ສິນ​ເຊື່ອ, ທີ່​ດິນ, ພ້ອມ​ທັງ​ສ້າງ​ສະພາບ​ແວດ​ລ້ອມ​ສະ​ເໝີ​ພາບ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top