• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອບ​ສະ​ໜອງສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທ​ຳ, ຖືກ​ຕ້ອງ​ຕາມ​ກົ​ດ​ໝາຍ ໃຫ້​ເປັນ​ຢ່າງ​ດີກວ່າ ເພື່ອ​ໃຫ້​ຄົນ​ພິ​ການເຊື່​ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ

ໃນໄລຍະຜ່ານມາ, ບັນດາອົງການສຳນັກງານແຫ່ງລັດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອຄົນພິການໃນການເບິ່ງແຍງການດຳລົງຊີວິດຂອງຄົນພິການ, ສ້າງກາລະໂອກາດສະເໝີພາບ ເພື່ອແນໃສ່ຕອບສະໜອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍໄດ້ເປັນຢ່າງດີກວ່າ.

ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ວຽກງານສັງຄົມສຳລັບຄົນພິການ” (ພາບ: nhandan.com.vn)

ວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະເສດຖະກິດສູນກາງ, ບັນດາອົງການຈັດຕັ້ງພັກຂັ້ນສູງກາງ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ວຽກງານສັງຄົມສຳລັບຄົນພິການ”. ຕາມການສະຖິຕິແລ້ວ, ປັດຈຸບັນ, ຢູ່ ຫວຽດນາມ ມີຄົນພິການປະມານ 6,2 ລ້ານ ຄົນ, ໃນນັ້ນ ມີ 58% ແມ່ນເພດຍິງ ແລະ 30% ແມ່ນເດັກນ້ອຍ.

        ກ່າວຄໍາເຫັນໄຂກອງປະຊຸມສຳມະນາ, ທ່ານ ກາວດຶກຟາດ ຮອງຫົວໜ້າຄະນະປະຈຳການຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ບັນດາອົງການສຳນັກງານແຫ່ງລັດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອຄົນພິການໃນການເບິ່ງແຍງການດຳລົງຊີວິດຂອງຄົນພິການ, ສ້າງກາລະໂອກາດສະເໝີພາບ ເພື່ອແນໃສ່ຕອບສະໜອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍໄດ້ເປັນຢ່າງດີກວ່າ, ລະດົມກຳລັງໃຈ ເພື່ອໃຫ້ຄົນພິການເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ, ເຊື່ອມຕົວເຂົ້າກັບສັງຄົມ ແລະ ປະກອບສ່ວນແກ່ສັງຄົມ. ການລະດົມທຸກແຫຼ່ງກຳລັງສັງຄົມ ໄດ້ຊ່ວຍໃຫ້ຄົນພິການມີຄວາມເຊື່ອໝັ້ນຕົນເອງ ແລະ ສ້າງການດຳລົງຊີວິດດ້ວຍຕົນເອງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບຮູບແບບວຽກງານສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ສ້າງວຽກເຮັດງານທຳໃຫ້ຄົນພິການ ແລະ ເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງ; ສະເໜີບັນດາມາດຕະການບຸກທະລຸ ແນໃສ່ປ່ຽນໃໝ່ຈິນຕະນາການ, ສະຕິຄວາມຮັບຮູ້, ເປັນເຈົ້າການໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍສຳລັບຄົນພິການໄດ້ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top