• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ້ຽນບຽນຝູ ແມ່ນບັ້ນຕໍ່ສູ້ສຳຄັນທີ່ສຸດໃນສົງຄາມອິນດູຈີນ

      ດ້ຽນບຽນຝູ ແມ່ນບັ້ນຕໍ່ສູ້ສຳຄັນທີ່ສຸດໃນສົງຄາມອິນດູຈີນ ຄັ້ງທີ 1 ແລະ ຫວຽດນາມ ໄດ້ປະຕິບັດບາດກ້າວບຸກທະລຸກັບໄຊຊະນະດັ່ງກ່າວ.
ດ້ຽນບຽນຝູ ແມ່ນບັ້ນຕໍ່ສູ້ສຳຄັນທີ່ສຸດໃນສົງຄາມອິນດູຈີນ
(ພາບເອກະສານ: TTXVN)
      ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະປະຫວັດສາດ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2021) ຂອງປະຊາຊົນຫວຽດນາມ, ທ່ານປະລິນຍາເອກ Evgeny Vlasov, ຮອງອະທິການບໍດີຮັບຜິດຊອບການພົວພັນສາກົນ ມະຫາວິທະຍາໄລສັງລວມສະຫະພັນຕາເວັນອອກໄກ, ສະຫະພັນລັດເຊຍ (FEFU) ໃຫ້ຂໍ້ສັງເກດວ່າ, ດ້ຽນບຽນຝູ ແມ່ນບັ້ນຕໍ່ສູ້ສຳຄັນທີ່ສຸດໃນສົງຄາມອິນດູຈີນ ຄັ້ງທີ 1 ແລະ ຫວຽດນາມ ໄດ້ປະຕິບັດບາດກ້າວບຸກທະລຸກັບໄຊຊະນະດັ່ງກ່າວ.
        ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລັດເຊຍ, Evgeny Vlasov ຢືນຢັນວ່າ ກອງທັບຫວຽດນາມ ໄດ້ຢຶດເອົາບັນດາເຂດດິນແດນສຳຄັນກ່ຽວກັບຍຸດທະສາດ, ຈິດໃຈຕໍ່ສູ້ໄດ້ເພີ່ມຂຶ້ນສູງ. ຜ່ານບັ້ນຮົບ ດ້ຽນບຽນຝູ, ທົ່ວໂລກຍັງຮູ້ຈັກເຖິງຊື່ສຽງຂອງນັກວິລະຊົນທ່ານໜຶ່ງ, ທ່ານພົນເອກປົດປ່ອຍຊາດ ຫວໍງວຽນຢ໊າບ ຂອງຫວຽດນາມ.
        ໃນຂະນະນັ້ນ, ທ່ານສາດສະດາຈານພາສາຫວຽດ Alexander Sokolovsky ຂອງມະຫາວິທະຍາໄລດັ່ງກ່າວ ໄດ້ຕີລາຄາວ່າ, ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ຍ້ອນຫວຽດນາມ ບໍ່ພຽງແຕ່ໃຫ້ພວກລ່າເມືອງຂຶ້ນຝລັ່ງ ຫາກທົ່ວໂລກເຂົ້າໃຈໄດ້ວ່າ ຖ້າຫາກຊາດໜຶ່ງປາດຖະໜາຢາກມີຄວາມເສລີ, ການຮ່ວມແຮງຮ່ວມໃຈຂອງຊາດໜຶ່ງນັ້ນສາມາດປົດປ່ອຍຕົນເອງໃຫ້ອອກຈາກບັນດາພວກກົດຂີ່ຂູດຮີດ.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top