• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າໜັງກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງລອບຄອບຖີ່ຖ້ວນ

      ນະຄອນ ດ່າໜັງ ຫາກໍ່ປຸກລະດົມບັ້ນຂົນຂວາຍ “ຄວາມຍິ້ມແຍມແຈ່ມໃສ ດ່າໜັງ” ເພື່ອແນໃສ່ຂົນຂວາຍປະຊາຊົນປະຕິບັດວິຖີຊີວິດສີວິໄລຕົວເມືອງ ເພື່ອໃຫ້ປະຊາຊົນແຕ່ລະຄົນເປັນ “ທູດວັດທະນະທຳ”, ສ້າງຄວາມປະທັບໃຈອັນດີງາມ ໃຫ້ບັນດາຜູ້ແທນເມື່ອເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ.

ນະຄອນ ດ່າໜັງ
      ວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ດຳ ເນີນຢູ່ ດ່າໜັງ ແຕ່ວັນທີ 6 – 11 ພະຈິກ ປິ 2017 ຊື່ງອຳນາດການປົກຄອງນະຄອນ ດ່າໜັງ ເອົາໃຈໃສ່ເປັນພິເສດປະຕິບັດ. ບັນດາກິດຈະກຳປັບປຸງ, ປະດັບປະດາບາງເສັ້ນທາງຮັບໃຊ້ APEC 2017 ໄດ້ຮັບການປະຕິບັດ. ບັນດາກິດຈະກຳຮັບໃຊ້ສັບປະດາຂັ້ນສູງ APEC 2017 ຄື: ສູນປະຊຸມ ແລະ ວາງສະແດງສາກົນ Ariyana, ໂຮງແຮມ Sheraton, ສວນສາທາລະນະAPEC, ບັນດາກິດຈະກຳຢູ່ສະໜາມບິນສາກົນ ດ່າໜັງ…ລ້ວນແຕ່ໄດ້ຮັບການປະຕິບັດຮັບປະກັນຄວາມຄືບໜ້າ. ພ້ອມກັນນັ້ນ, ນະຄອນ ດ່າໜັງ ພວມຕັ້ງໜ້າລົງທຶນ, ຍົກລະດັບພື້ນຖານວັດຖຸ, ໂຄງລ່າງຄົມມະນາຄົມ, ສື່ສານ ເພື່ອກະກຽມໃຫ້ສັບປະດາຂັ້ນສູງ APEC 2017.
 (ແຫຼ່ງຄັດຈາກ VOV)

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.

Top