• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຳເນີນລາຍການ “ເຊື່ອມຕໍ່ຄວາມຮັກແພງ” ປີ 2016


(ພາບ​ປະ​ກອບ​)
        ວັນ​ທີ 27/2, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ອົງ​ການ​ມະ​ນຸດ​ສະ​ທຳ​ບໍ່​ຫາ​ຜົນ​ກຳ​ໄລ​ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ມະ​ຫາ​ບັນ​ດິດ​ພະ​ຍາດ​ເດັກ​ອາ​ເມ​ລິ​ກາ- Project Vietnam Foundation (PVNF) ໄດ້​ດຳ​ເນີນ​ລາຍ​ການ “ ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ປີ 2016 ຢູ່​ຫວຽດ​ນາມ. ລາຍ​ການນີ້​ດຳ​ເນີນ​ຮອດ​ວັນ​ທີ 11/3 ຢູ່​ບັນ​ດາ​ແຂວງ ແລະ ນະ​ຄອນ​ຕ່າງໆ​ຂອງ​ຫວຽດ​ນາມ​ເຊັ່ນ: ເງະ​ອານ, ນະ​ຄອນ​ໂຮ່​ຈິ​ມິນ ແລະ ນະ​ຄອນ​ເກີນ​ເທີ. ເຂົ້າ​ຮ່ວມ ລາຍ​ການ “ ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ຢູ່​ຫວຽດ​ນາມ​ປີ 2016 ນີ້, PVNF ໄດ້​ເຕົ້າ​ໂຮມ​ຜູ້​ຊ່ຽວ​ຊານ 5 ຄະ​ນະ​ທີີ່​ມາ​ຈາກ​ອາ​ເມລິ​ກາ ດ້ວຍ ທ່ານ​ໝໍ 80 ຄົນ ເພື່ອ​ນຳ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ແພດ​ທີ່​ມີ​ຜົນ​ປະ​ໂຫຍດໃຫ້​ແກ່​ປະ​ຊາ​ຊົນ.
(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top