• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການປະຕິຮູບລະບຽບການບໍລິຫານເພື່ອພັດທະນາເສດຖະກິດ


ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: TTXVN)
      ຕອນ​ເຊົ້າ​ວັນ​ທີ 09/03, ຢູ່​ນະ​ຄອນ​ໂຮ​່​ຈິ​ມິນ ໄດ​້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາແຜນ​ການເສດ​ຖະ​ກິດ​ຫວຽດ​ນາມ 2017 ດ້ວຍ​ຫົວ​ຂໍ້​ວ່າ “ດຳ​ເນີນ​ທຸ​ລະ​ກິດ - ລົງ​ທຶນ​ໃນ​ໂລກ​ພວມ​​ທີ​ການປ່ຽນ​ແປງ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ຖື​ວ່າ, ​ປີ 2017 ເສດ​ຖ​ະ​ກິດ​ຫວຽດ​ນາມ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄ​ວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ນັ້ນ​ແມ່ນ​ເສດ​ຖະ​ກິດ​ໂລກ​ຟື້ນ​ຟ​ູ​ຢ່າ​ງ​ຊັກ​ຊ້າ, ການ​ຄ້າ​ທົ່ວ​ໂລກສັບ​ສົນ, ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ເຕີບ​ໂຕ​ຢ່າ​ງ​ຊັກ​ຊ້າ…. ຕໍ່​ໜ້າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ, ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ລັດ​ຖະ​ບານ​ຕ້ອງ​ປະ​ຕິ​ຮູບພື້​ນ​ການ​ເສດ​ຖະ​ກິດ​ແຫ່ງ​ຊາດຢ່າງ​ຄົບ​ຊຸດ, ຍູ້​ແຮງ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ…
        ກ່ຽວ​ກັບ​​ການ​ປະ​ຕິ​ບັດບັນ​ດາ​ມາດ​ຕະ​ການ​ເພື່ອ​ຮັກ​ສາລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີນີ້, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ, ດິງ​ລາ​ທັງ ເນັ້ນ​ໜັກ​ວ່າ.
        “ທາງ​ນະ​ຄອນ​ກຳ​ນົດ​ເລື່ອງ​ສຸມ​ໃສ່​ເຂົ້າ​ບາງ​ເນື້ອ​ໃນ​ຫຼ​ັກ​ແຫຼ່ງ. ນັ້ນ​ແມ່ນ, ກຳ​ນົດ​ວິ​ໄສ​ທັດ​ຍຸດ​ທະ​ສາ, ສ້າງ​ກຳ​ລັງ​ໜູນ ແລະ ກຳ​ລັງ​ຄວາມ​ສາ​ມາດ, ລະ​ດົມ​ການ​ເຕົ້າ​ໂຮມ​ບັນ​ດາແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງເຊິ່ງ​ນະ​ຄອນ​ຍັງ​ບໍ່​ທັນ​ເສີມ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ນະ​ຄອນ​ຕ້ອງ​ມີ​ຈິດ​ໃຈ​ນຳ​ໜ້າ, ບຸກ​ທ​ະ​ລຸ​ເພື່ອ​ພັດ​ທະ​ນາ”.
 (ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top