• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍຶດໝັ້ນປະຕິບັດບັນດາຫຼັກການໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ

ຕ້ອງຍຶດໝັ້ນປະຕິບັດບັນດາຫຼັກການ: ສະກັດກັ້ນ, ຄົ້ນພົບ, ແຍກຕົວ, ລ້ອມເຂດ, ດັບມອດ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ເປັນປະທານກອງປະຊຸມ

ນີ້ແມ່ນຄຳຢືນຢັນຂອງບັນດາສະມາຊິກໃນຄະນະຊີ້ນຳແຫ່ງຊາດກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ທີ່ກອງປະຊຸມອອນລາຍຂອງຄະນະເມື່ອຕອນເຊົ້າວັນທີ 8 ເມສາຢູ່ຮ່າໂນ້ຍ.

      ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ແລ້ວ, ປະຈຸບັນ ຫວຽດນາມພວມສາມາດຄວມຄຸມໂລກລະບາດຕາມແຜນການທີ່ໄດ້ຄາດຄະເນ ແລະ ໃນໄລຍະທີ່ຈະມາເຖິງ ຈະປະກົດມີບັນດາກໍລະນີຕິດເຊື້ອພະຍາດໃນເຂດຊຸມຊົນ, ພິເສດໃນໄລຍະນີ້ ຕ້ອງເອົາໃຈໃສ່ເຖິງການຄົ້ນພົບບັນດາກໍລະນີຕິດແປດໃນເຂດຊຸມຊົນ ແລະ ຖືວ່າ ນີ້ແມ່ນແຫຼ່ງກຳເນີດໂລກພະຍາດເພື່ອປະຕິບັດມາດຕະການແຍກຕົວ, ລ້ອມເຂດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງປະຕິບັດຢ່າງຂ້ຽວຂາດ, ບໍ່ຄວນປະໝາດ, ພິເສດ ຄວນປະຕິບັດການແຍກຕົວໃນສັງຄົມຢ່າງຂ້ຽວຂາດ, ຄົ້ນພົບໃນເຂດຊຸມຊົນ ບັນດາແຫຼ່ງກຳເນີດເຊື້ອພະຍາດເພື່ອແກ້ໄຂຢ່າງທັນການ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top