• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ

ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.

ທ່ານເອກອັກຄະລັດຖະທູດ ຟານຈີ໊ແທ່ງ ພົບປະກັບຊາວຫວຽດນາມ ອາໄສ ຢູ່ ໄທ (ພາບ: TTXVN)

ການນຳອຳນາດການປົກຄອງບາງແຂວງຢູ່ພາກອີ່ສານ ຂອງ ໄທໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງປະຊາຄົມທ່ີມີເຊື້ອຊາດ ຫວຽດນາມ ໃນການພົບປະກັບຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍ ທ່ານເອກອັກຄະລັດຖະທູດ ຟານຈີ໊ແທ່ງ ນຳໜ້າໄປຢ້ຽມຢາມແຂວງ ໄຊຍະພູມ, ສະກົນນະຄອນ ແລະ ນະຄອນພະນົມ ລະຫວ່າງວັນທີ 11-15 ທັນວາ. ທີ່ບັນດາການພົບປະ, ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.

    ໃນການຢ້ຽມຢາມ, ທ່ານ ຟານຈີ໊ແທ່ງ ແລະ ຄະນະປະຕິບັດງານກໍ່ບັນດາໄດ້ພົບປະກັບສະຫະສະມາຄົມຄົນ ໄທ ທີ່ມີເຊື້ອຊາດ ຫວຽດນາມ, ຜູ້ຕາງໜ້າປະຊາຄົມຄົນ ໄທ ທີ່ມີເຊື້ອຊາດ ຫວຽດນາມ ຢູ່ 3 ແຂວງນີ້. ຢູ່ແຂວງ ນະຄອນພະນົມ, ຄະນະປະຕິບັດງານກໍ່ໄດ້ໄປຖະຫວາຍທູບທຽນໄວ້ອາໄລ ລຸງໂຮ່ ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມີນ ຢູ່ບ້ານ ໄມ້.

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top