• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການເຄື່ອນໄຫວຂອງ ກຸ່ມແມ່ຍິງປະຊາຄົມ ອາຊຽນ

      ວັນທີ 3 ມີນາ, ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ (AWCH) ໂດຍທ່ານນາງ ຫງວຽນຫງວຽດງາ, ປະທານກິດຕິມະສັກ AWCH, ນຳໜ້າ, ໄດ້ເຂົ້າຄ່ຳນັບທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຢ່າງເປັນທາງການຂອງ AWCH ໃນປີ ອາຊຽນ 2020 ຢູ່ ຫວຽດນາມ ເພື່ອແນໃສ່ ສະເຫຼີມສະຫຼອງ 110 ປີ ແຫ່ງວັນແມ່ຍິງສາກົນວັນທີ 8 ມີນາ.

ນາງ ເຈືອງທິມາຍຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ບັນດາຜູ້ແທນ AWCH
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
      ທີ່ການຕ້ອນຮັບ, ທ່ານນາງເຈືອງທິມາຍ ແບ່ງປັນບັນດາຄວາມກ້າວໜ້າໃນຂົງເຂດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຢູ່ ຫວຽດນາມໃນໄລຍະຜ່ານມາ, ພ້ອມທັງ ຢັ້ງຢືນວ່າ ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ, ຕັ້ງໜ້າ ແລະ ຢັ້ງຢືນຕົນເອງໃນຫຼາຍຂົງເຂດຂອງ ຊີວິດສັງຄົມ, ໃນນັ້ນມີຂົງເຂດການຕ່າງປະເທດ. ທ່ານນາງ ເຈືອງທິມາຍ ໄດ້ສະເໜີວ່າ: ໃນໄລຍະຈະມາເຖິງ, ກຸ່ມ AWCH ຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ, ປະກອບສ່ວນເຂົ້າໃນການຊຸກຍູ້ປະຕິບັດບັນດາບຸລິມະສິດຂອງ ອາຊຽນໃນປີ 2020, ເພີ່ມທະວີ ສ້າງຄວາມຜູກພັນສູນຮັກແພງລະຫວ່າງ ເອື້ອຍນ້ອງໃນອາຊຽນ, ເພື່ອນມິດສາກົນ, ໜູນຊ່ວຍສ້າງສີສັນວັດທະນະທຳ ລວມອາຊຽນ, ເພື່ອການພັດທະນານັບມື້ນັບເຂັ້ມແຂງຂອງ ປະຊາຄົມ.
        ບັນດາສະມາຊິກ AWCH ໄດ້ສະແດງຄວາມຮັກແພງຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ບັນດາບົດບາດທີ່ຕັ້ງໜ້າ ແລະ ການປະກອບສ່ວນພົ້ນເດັ່ນຂອງ ແມ່ຍິງ ຫວຽດນາມ, ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຕົນເພື່ອເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ຊາວຫວຽດນາມ. ນັ້ນແມ່ນບັນດາການກະທຳອັນແທດຈິງທີ່ສຸດເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງຄວາມຜູກພັນລະຫວ່ງແມ່ຍິງອາຊຽນ ຢູ່ ຮ່າໂນ້ຍ, ຍົກສູງຄວາມຮັບຮູ້ຂອງ ປະຊາຊົນກ່ຽວກັບ ປະຊາຄົມອາຊຽນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top