• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການເຊື່ອມຕໍ່ ແລະ ຖ່າຍທອດເຕັກໂນໂລຢີລະຫວ່າງວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ


ບັນດານັກວິສາຫະກິດໃນກອງປະຊຸມ
(ພາບ: khampha.vn)
​ ​      ຕອນ​ບ່າຍ​ວັນ​ທີ 18/8, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ກົມໜູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ (ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ) ສົມ​ທົບ​ກັບ​​ສະ​ຫະສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ປ່ຽນ​ໃໝ່ ສ.ເກົາຫຼີ (Innozib) ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ ຖ່າຍ​ທອດເຕ​ັກ​ໂນ​ໂລ​ຢີ ຫວຽດ​ນາມ-ສ.ເກົາຫຼີ”. ກອງ​ປະ​ຊຸມ​ສຳ​ມະ​ນາ ແນ​ໃສ່​ເຊື່ອມ​ຕໍ່​​ການ​ສະ​ໜອງແລະ ຄວາມ​ຕ້ອງ​ການ​ເຕັກ​ໂນ​ໂລ​ຢີ ລະ​ຫວ່າງ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ກັບ​​ບັນ​ດາວິ​ສາ​ຫະ​ກິດ, ອົງ​ການວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ສະ​ຖາ​ບັນ​ຄົ້ນ​ຄວ້າ, ​ສະ​ຫະສະ​ມາ​ຄົມ​ວິ​ຊາ​ຊີບ ​ຂອງ​ຫວຽດ​ນາມ. ຜ່ານ​ສິ່ງ​​ດັ່ງ​ກ່າວ, ດ້ວຍ​ການ​ແນະ​ນຳ ​ບັນ​ດາ​ເຕັກ​ໂນ​ໂລ​ຢີ ທີ່​ກ້າວ​ໜ້າ, ຝ່າຍ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ພ້ອມ​ແລ້ວ​ທີ່​ຈະ​ຖ່າຍ​ທອດ ຫຼື ຮ່ວມ​ມື​ລົງ​ທຶນ​ ກັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ.
        ໃນ​ກວ່າ 2 ປີ​ຜ່ານ​ມາ, ກົມ​ໜູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ ໄດ້ພ້ອມ​ກັບ Innozib ​ສົມ​ທົບ​ກັນ​ກຳ​ນົດ​ຄວາມ​ຕ້ອງ​ການ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ, ການ​ຮ່ວມ​ມື​ລົງ​ທຶນ​ຮ່ວມ​ທຸ​ລະ​ກິດ ອີງ​ໃສ່​ເຕັກ​ໂນ​ໂລ​ຢີ​ ​ຂອງວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງຫວຽດ​ນາມ ເກ​ືອບ 300 ແຫ່ງ; ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ສ.ເກົາຫຼີ ໄດ້ 96 ແຫ່ງ ທີ່​ມີ​ຄວາມ​ຕ້ອງ​ການ​ຮ່ວມ​ມື, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ເຖິງ ວິ​ສາ​ຫະ​ກິດ​ຫວ​ຽດ​ນາມ ເກືອບ 400 ແຫ່ງ.
(ແຫຼ່ງຄັດຈາກ VOV)
                                                                                            

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top