• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງ ນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ, ລາວ

      ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.
ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ
ວຽງຈັນ ໄລຍະ
2021 – 2025 (ພາບ: TTXVN)
      ວັນທີ 15 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໂອ້ລົມສົນທະນາແບບທາງໄກກັບ ທ່ານອານຸພາບ ຕຸນາລົມ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ, ລາວ ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກັບ ອຳນາດການປົກຄອງ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025.
        ທີ່ພິທີ, ທ່ານ ຫງວຽນວັນເນັນ ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ຍາມໃດກໍ່ສ້າງເງື່ອນໄຂດີທີ່ສຸດເພື່ອຊຸກຍູ້ການຮ່ວມມືໃນການແລກປ່ຽນບົດຮຽນປະສົມການ ແລະ ຍົກສູງລະດັບ ໂດຍສະເພາະແມ່ນໃນຂົງເຂດການສຶກສາ - ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ, ການເງິນ; ສືບຕໍ່ໃຫ້ທຶນການສຶກສາ ແລະ ບຳລຸງສ້າງວິຊາຊີບໃຫ້ແກ່ພະນັກງານ, ປະຊາຊົນ ວຽງຈັນ ມາຮຽນຢູ່ ນະຄອນໂຮ່ຈີມິນ; ໜູນຊ່ວຍນະຄອນຫຼວງ ວຽງຈັນ ປະຕິບັດລາຍການກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ; ຊຸກຍູ້ການຄ້າ, ການລົງທຶນ… ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top