• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ໃນກົນໄກ ອາຊຽນ ເປີດກວ້າງ

      ກອງປະຊຸມອອນລາຍ ກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກວ້າງ (ADSOM+ WG), ຖືກດຳເນີນໃນຕອນເຊົ້າວັນທີ 18 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ຫວຽດນາມ.

ທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານກອງປະຊຸມ (ພາບ: qdnd.vn)
      ກົນໄກຮ່ວມມືດ້ານປ້ອງກັນຊາດ ອາຊຽນ ເປີດກວ້າງ ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື ເຊິ່ງລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ອິນເດຍ.  ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດກໍໄດ້ປຶກສາຫາລືຢ່າງລະອຽດ ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນເອກະສານສະບັບຕ່າງໆ ເປັນຕົ້ນແມ່ນ ຖະແຫຼງການຮ່ວມຮ່າໂນ້ຍ ກ່ຽວກັບກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ ADMM+ ຄັ້ງທີ 7 ເຊິ່ງຄາດວ່າຈະດຳເນີນໃນເດືອນທັນວາ ຈະມາເຖິງ. ພ້ອມກັນນັ້ນ, ຜູ້ຕາງໜ້າບັນດາປະເທດເປີດກວ້າງຄື ອາເມລິກາ, ຈີນ, ລັດເຊຍ ສືບຕໍ່ຕີລາຄາສູງບົດບາດເປັນໃຈກາງຂອງ ອາຊຽນ ຕໍ່ບັນດາສິ່ງທ້າທາຍທີ່ຫາກໍເກີດຂຶ້ນ ແລະ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ອາຊຽນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.
 (ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top