• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືໃໝ່ໃນຂົງເຂດແຮງງານກັບຍີ່ປຸ່ນ

ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)
          ຕອນ​ບ່າຍ​ວັນ​ທີ 22/12, ໃນ​ຂອບ​ເຂດ​ການ​​ຢ້ຽມ​ຢາມ​ຍີປຸ່ນ, ທ່ານ​ ດ່າວ​ງ້ອກ​ຢູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ ​ແຮງ​ງານ, ທະຫານເສຍອົງຄະ ແລະ ສັງ​ຄົມ ມີ​ການ​ພົບ​ປະແລກ​ປ່ຽນເພື່ອແກ້​ໄຂບັນ​ດາ​ສີ່ງ​ທີ່​ຍັງ​ຄົງ​ຄ້າງກັບ​ບັນ​ດາ​ສະ​ມາ​ຊີບ​​ແຮງ​ງານ​ຍີ​ປຸ່ນ. ເຂົ້າ​ຮ່ວມ​ການ​​ພົບ​ປະແລກ​ປ່ຽນ​ມີ​ທ່ານ ຫງວຽນ​ກວກ​ເກື່ອງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຍີປຸ່ນ​ ພ້ອມ​ກັບ ສະ​ມາ​ຊີບ​ຍີ​ປຸ່ນ ກວ່າ 100 ແຫ່ງ ແລະ ​ສາ​ຫະ​ກິດ​ສົ່ງ​ອອກ​ແຮງ​ງານ​ຂອງ​ຫວຽດ​ນາມຈຳ​ນວນ​ໜື່ງວິ.
        ກ່າວ​ຄຳ​ເຫັນທີ່​ການພົບ​ປະ​ແລກ​ປ່ຽນ, ທ່ານ ລັດ​ຖະ​ມົນ​ຕີ ດ່າວ​ງ້ອກ​ຢູງ ຂອບ​ອົກ​ຂອບ​ໃຈ​ບັນ​ດາ​ສະ​ມາ​ຊີບ​ຍີ​ປຸ່ນ ໄດ້​ຮ່ວມ​ມື​​ຊຸກ​ຍູ້, ສ້າງ​ເງື່ອນ​ໄຂ​ເພື່​ອ​​ໃຫ້​ຜູ້ອອກ​ແຮງ​ງານ​ຫວຽດ​ນາມ​ໄດ້​ເຮັດວຽກ​ຢູ່​ຍີ່​ປຸ່ນ, ປະ​ກອບ​ສ່ວນ​ສ້າງ​​ການ​ພົວ​ພັນ​ສອງ​ປະ​ເທດ​​ໃຫ້ພັດ​ທະ​ນາ. ທ່ານ​ນາງ ລັດ​ຖະ​ມົນ​ຕີ ດ່າວ​ງ້ອກ​ຢູງ ໃຫ້​ຮູ້​ວ່າ ຫວຽດ​ນາມ ມີ​ຈຳ​ນວນ​ພົນລະເມືອງ​ໃນ​ເກນອາ​ຍຸ​ອອກ​ແຮງ​ງານກວມກວ່າ 60%; ໃນ​ຂະ​ນະ​ນັ້ນ​ຍີ​ປຸ່ນ​ດ້​ວຍ​ຈຳ​ນວນ​ພົນ​ລະ​ເມືອງ​ທີ່​ມີ​ອາ​ຍຸ​ສູງກວມ​ສ່ວນຫຼາບ ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​​ໃຫ້ສອງ​ປະ​ເທດ​ຮ່ວມ​ມື​ໃນ​ຂົງ​ເຂດ​​ແຮງ​ງານ. ພິ​ເສດ​ແມ່ນ​ໃນ​ໄລ​ຍະ​ຈະ​ມາ​ເຖີງ, ຫວຽດ​ນາມ​ຈະ​ຊຸກ​ຍູ້​ສອງ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ແມ່ນ​​ແຮງ​ງານ​ທີ່ມີ​ລະ​ດັບ​ຄວາມ​ຮູ້​ສູງ ແລະ ຫັນ​ຄົມຂົງ​ເຂດ​ສະ​ທາ​ລະ​ນະ​ສຸກເປັນ​​ບັນ​ຫາ​​ທົ່ວສັງ​ຄົມ.
        ສ່ວນ​ສະ​ມາ​ຊີບ​ຍີ​ປຸ່ນກໍ່​ສະ​ເໜີ​ວ່າ ມີ​ຮູບ​ການ​ສຶກ​ສາ​ເພື່ອ​ສ້າງ​ຄະ​​ຄວາມໃຝ່​ຝັນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ທີ່​ເຮັດ​ວຽກ​ຢູ່​ຍີ​ປຸ່ນ. ນີ້​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ບັນ​ດາ​​ພູ້ອອກ​ແຮງ​ງາ​ນີ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ມຸ່ງ​ໄປ​ເຖິງ​ອາ​ນາ​ຄົດ, ພ້ອມ​ທັງ​​ຈຳ​ກັດສະ​ພາ​ລະ​ເມີດ​ກົດ​ໝາຍ ແລະ ກົດລະບຽບ​ວິ​ໃນວິ​ສາ​ຫະ​ກິດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top