
ທ່ານດົນຕ໋ວນຟອງ ຕ້ອນຮັບຄະນະຜູ້ແທນສະພາບັນດາການນຳການເມືອງໜຸ່ມຂອງອາເມລິກາ
(ພາບ: thoidai.com.vn)
ທີ່ການຕ້ອນຮັບ, ທ່ານ ດົນຕ໋ວນຟອງ ໃຫ້ຮູ້ຄວາມປາດຖະໜາຂອງປະຊາຊົນ ແລະ ລຸ້ນໜຸ່ມ ຫວຽດນາມ ແມ່ນຊຸກຍູ້ການພົວພັນຮ່ວມມືກັບອາເມລິກາ, ພິເສດແມ່ນໃນຂົງເຂດການສຶກສາ, ເສດຖະກິດ, ການຄ້າ, ຊ່ວຍເຫຼືອມະນຸດສະທຳ… ໂດຍຕາງໜ້າຄະນະຜູ້ແທນ, ທ່ານນາງ Jennifer Mies Lowe ຫວັງວ່າ, ໃນໄລຍະຈະມາເຖິງ ຈະມີການເຄື່ອນໄຫວຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນລະຫວ່າງ ປະຊາຊົນ 2 ປະເທດຫວຽດນາມ - ອາເມລິກາ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ບັນດາສະມາຊິກໃນ ACYPL ຍັງໄດ້ໄປຢ້ຽມຢາມໝູ່ບ້ານມິດຕະພາບຫວຽດນາມ; ເຮັດວຽກກັບກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ; ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ.
(ແຫຼ່ງຄັດຈາກ VOV)