• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມ ອາໄສຢູ່ຫລາຍຕ່າງປະເທດຈັດຕັ້ງລາຍການຕ້ອນຮັບບຸນເຕັດປີກຸນ

ວັນທີ 1 ກຸມພາ ຢູ່ ອີຢີບ, ສະຖານທູດຫວຽດນາມໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດປີກຸນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າບັນດາທູຕານຸທູດປະເທດຕ່າງໆ ປະກຳ Cairo ແລະ ຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ອາໄສຢູ່ ອີຢີບ ເປັນຈຳນວນຫລວງຫລາຍ. 


ລາຍການຕ້ອນຮັບບຸນເຕັດປີກຸນ ຢູ່ ອີຢີບ

ທ່ານ ເຈີນແທ່ງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ພໍ່ແມ່ຊາວຫວຽດນາມ ແລະ ເພື່ອນມິດ ອີຢີບ ໄດ້ມາຮ່ວມເປັນຈຳນວນຫລວງຫລາຍ. ສຳລັບຊາວຫວຽດນາມ ຢູ່ຫ່າງໄກກັບບ້ານເກີເມືອງນອນ ເຫດການນີ້ໄດ້ຊ່ວຍໃຫ້ເຂົາເຈົ້າປຸກລຸກນ້ຳໃຈຮັກຊາດ.”

ໃນຂະນະນັ້ນ ຢູ່ ອານເຊຣີ ຕອນບ່າຍວັນທີ 1 ກຸມພາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ລົງຢ້ຽມຢາມ ມອບຂອງຂວັນບຸນເຕັດໃຫ້ກຳມະກອນ ຊາວຫວຽດນາມ ພວມເຮັດວຽກຢູ່ ໂຄງການ Tipaza  ຂຶ້ນກັບ ແຂວງ Tipaza ຫ່າງຈາກນະຄອນ ຫລວງ Algiers ປະມານ 80 ກິໂລແມັດ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top