• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ - EU ຢັ້ງຢືນການຮ່ວມມືລະຫວ່າງ ສອງຝ່າຍໃນສະພາບການໄລຍະຫຼັງ Covid – 19

      ຕອນຄ່ຳວັນທີ 22 ມິຖຸນາ, ຕາມເວລາປັກກິ່ງ, ບັນດາການນຳຈີນ ແລະ ສະຫະພາບເອີລົບ (EU) ໄດ້ມີການພົບປະກັນ ແລະເປັນປະທານກອງປະຊຸມສຸດຍອດ ລະຫວ່ງ ຈີນ  EU ຄັ້ງທີ 22 ຕາມຮູບການທາງອອນລາຍ. 

ກອງປະຊຸມສຸດຍອດ ລະຫວ່ງ ຈີນ  EU ຄັ້ງທີ 22 ຕາມຮູບການທາງອອນລາຍ (ພາບ: TTXVN) 
      ກ່າວຄຳເຫັນທີ່ການພົບປະ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຢັ້ງຢືນວ່າ ຈີນແມ່ນຄູ່ຮ່ວມມື, ບໍ່ແມ່ນຄູ່ແຂ່ງຂອງ EU, ທ່ານກໍ່ມີຄວາມປາດຖະໜາຢາກສອງຝ່າຍບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ, ຈະເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງບໍ່ຢຸດຢັ້ງ ເພື່ອເປີດກ້ວາງຜົນປະໂຫຍດລວມໃຫ້ຫຼາຍກ່ວາອີກ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຈີນ  - EU ໃຫ້ນັບມື້ນັບມີຜົນສະທ້ອນໃນຂອບເຂດທົ່ວໂລກ. ໃນໄລຍະຈະມາເຖິງ, ສອງຝ່າຍ ຄວນຊຸກຍູ້ການຟື້ນຟູຂອງເສດຖະກິດ ໂລກ, ເພີ່ມທະວີການປະສານນະໂຍບາຍເສດຖະກິດມະຫາພາກ, ຮັບປະກັນການເຄື່ອນໄຫວຂອງ ລະບົບການຜະລິດ, ລະບົບການສະໜອງທົ່ວໂລກ.
        ສ່ວນທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານ Charles Michel ປະທານສະພາເອີລົບກໍ່ ປາດຖະໜາຢາກເພີ່ມທະວີຜັນຂະຫຍາຍການໂອ້ລົມສົນທະນາຍຸດທະສາດກັບຈີນ, ພິເສດແມ່ນ ໃນບັນດາຂົງເຂດຄົ້ນຄ້ວາ ພັດທະນາວັກຊີນປ້ອງກັນ,ຕ້ານ Covid – 19, ຟື້ນຟູການຜະລິດ, ເປີດກ້ວາງຂອບຂະໜາດການຄ້າສອງຝ່າຍ…ນອກຈາກນັ້ນ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃຫ້ຫຼາຍກ່ວາອີກ ກ່ຽວກັບບັນດາບັນຫາຄືຄວາມໝັ້ນຄົງດ້ານການແພດສາທາລະນະ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ...ໃນບັນດາຂົງເຂດຮ່ວມມືຫຼາຍຝ່າຍຄື ສປຊ, ອົງການການຄ້າໂລກ WTO, G20.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top