• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ລັດເຊຍ ຍູ້ແຮງການຮ່ວມມື 2 ຝ່າຍ

      ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ ແຕ່ວັນທີ 31 ຕຸລາ ຫາວັນທີ 2 ພະຈິກ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ປຶກສາຫາລືຫຼາຍບັນຫາກັບຄູ່ຕຳແໜ່ງປະເທດເຈົ້າພາບ ຫຼີເຄີຊຽງ, ພິເສດ ແມ່ນບັນຫາເສດຖະກິດ.

ປະທານາທິບໍດີ ລັດເຊຍ ແລະ ປະທານປະເທດ ຈີນ 
(ພາບ: Russia in RSA)
      ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມໃນວັນທີ 1 ພະຈິກ, ພາຍຫຼັງການພົບປະປະຈຳຄັ້ງທີ 22 ຂັ້ນນາຍົກລັດຖະມົນຕີ ລັດເຊຍ - ຈີນ, ທ່ານນາຍົກລັດຖະມົນຕີ Medvedev ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມສຳພັນບັນດາລະບົບຊຳລະຜ່ານບັດ Mir ຂອງລັດເຊຍ ແລະ Unionpay ຂອງຈີນ. ທ່ານ ຖືວ່າ ການຮ່ວມມືນີ້ມີ “ແງ່ຫວັງອັນສົດໄສ”. ທ່ານນາຍົກລັດຖະມົນຕີ Medvedev ກໍ່ສະແດງຄວາມຫວັງຢາກແລກປ່ຽນການຄ້າ 2 ຝ່າຍ ລັດເຊຍ - ຈີນ ໃນໄລຍະຈະມາເຖິງໃຫ້ບັນລຸໄດ້ 100 ຕື້ USD. ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືການຮ່ວມມືກ່ຽວກັບໂຄງການລະບົບທໍ່ສົ່ງອາຍແກັດຈາກລັດເຊຍ ເຖິງ ຈີນ, ຄ່ອຍໆສ້າງລະບົບທໍ່ສົ່ງອາຍແກັດທີສອງລະຫວ່າງ 2 ປະເທດ ແລະ ວິວັດທະນາການປະຕິບັດໃນໂຄງການໃຫຍ່ອື່ນໆອີກ. ໃນຂອບເຂດການຢ້ຽມຢາມຈີນ ຂອງທ່ານນາຍົກລັດຖະມົນຕີ Medvedev, 2 ຝ່າຍໄດ້ລົງນາມໂຄງການພັດທະນາການຮ່ວມມືໃນຂົງເຂດຍານອາວະກາດໄລຍະ 2018  - 2022, ຂໍ້ຕົກລົງຮ່ວມມືກ່ຽວກັບການຄຸ້ມຄອງຄວາມສ່ຽງໃນຂົງເຂດພາສີອາກອນ.
 (ແຫຼ່ງຄັດຈາກ VOV)

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ໃນເວລາເຄື່ອນເຂົ້າມາເຂດແຕ່ແຂວງ ກວ໋າງຫງາຍ ໄປຮອດ ຢາລາຍ ຂອງ ຫວຽດນາມ ໃນຕ່ອນບ່າຍວັນທີ 6 ພະຈິກ, ພາຍຸ Kalmaegi ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ກໍ່ຜົນເສຍຫາຍຫຼາຍຕໍ່ກັບພື້ນຖານໂຄງລ່າງ.

Top