• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ມາເລເຊຍ ເຫັນດີຊຸກຍູ້ການພົວພັນສອງຝ່າຍ

      ຈີນ ແລະ ມາເລເຊຍ ບັນລຸໄດ້ຂໍ້ຕົກລົງຫຼາຍສະບັບ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ຢ້ຽມຢາມປັກກິ່ງ.

ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ແລະ  ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ 
(ພາບ: vov.vn)
      ກ່າວຄໍາເຫັນທີ່ການປະຊຸມຂ່າວຮ່ວມລະຫວ່າງ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ແລະ ຄູ່ຕໍາແໜ່ງ ມາເລເຊຍ Mahathir Mohamad  ທີ່ຫໍປະຊຸມໃຫຍ່ປະຊາຊົນ ຈີນ ໃນວັນທີ 20 ສິງຫາ,  ທ່ານຫຼີເຄີສຽນ ຢັ້ງຢືນວ່າ ລັດຖະບານຈີນ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນສອງຝ່າຍ ແລະ ຮ່ວມມືໃນດ້ານເສດຖະກິດກັບ ມາເລເຊຍ. ຕາມທ່ານ ຫຼີເຄີສຽນ ແລ້ວ, ບັນດາຂໍ້ຕົກລົງທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມ ປັກກິ່ງ ຄັ້ງນີ້ຂອງ ທ່ານ Mahathir Mohamad ໄດ້ສະແດງໃຫ້ເຫັນວ່າ ສອງປະເທດສືບຕໍ່ປັບປຸງນໍ້າໃຈມິດຕະພາບແບບຍາວນານ.
        ສ່ວນທ່ານ Mahathir Mohamad ຢັ້ງຢືນວ່າ ການຢ້ຽມຢາມ ຈີນ ຄັ້ງນີ້ ແມ່ນບັນລຸໄດ້ໝາກຜົນຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປັກກິ່ງ ຈະມີຄວາມເຫັນອົກເຫັນໃຈຕໍ່ບັນດາຄວາມຫຍຸ້ງຍາກດ້ານການເງິນທີ່ Kuala Lumpur ໄດ້ປະເຊີນໜ້າ,  ພ້ອມທັງບັນດາບັນຫາທີ່ສອງປະເທດສອງຕ້ອງໄດ້ແກ້ໄຂ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top