• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນນາບຂູ່ຈະໂຕ້ຕອບ ຖ້າຫາກວ່າ ອາເມລິກາສືບຕໍ່ຜັນຂະຫຍາຍລູກສອນໄຟໄລຍະກາງ

      ຈີນກ່າວເຕືອນອາເມລິກາວ່າ ຄວນຢຸດຕິການຜັນຂະຫຍາຍລູກສອນໄຟໄລຍະກາງເທິງໜ້າດິນ ຢູ່ພາກພື້ນອາຊີ - ປາຊີຟິກ, ພ້ອມທັງຢັ້ງຢືນວ່າ ຈະປະຕິບັດບັນດາມາດຕະການໂຕ້ຕອບທີ່ຄ້າຍຄືກັນກັບທຸກໆປະເທດທີ່ຖືກຳມະສິດ ແລະ ຜັນຂະຫຍາຍອາວຸດຊະນິດນີ້.


ທ່ານ ຈ້າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນ (ພາບ: KT/VOV) 
      ວັນທີ 21 ສິງຫາ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ຈ້າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ບໍ່ວ່າຄວາມມານະພະຍາຍາມໃດເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍລູກສອນໄຟຕາມແຜນການຈະບັງຄັບໃຫ້ ອຳນາດການປົກຄອງຈີນ ປະຕິບັດ “ບັນດາມາດຕະການຮັບມືທີ່ຈຳເປັນ” ຕ້ານ ຄືນອາເມລິກາ. ທ່ານ ກໍ່ໃຫ້ຮູ້ຕື່ມອີກວ່າ ບັນດາຖະແຫຼງການ ແລະ ການກະທຳຂອງອາເມລິກາໃນຊຸມປີມໍ່ໆມານີ້ ໄດ້ກໍ່ຜົນສະທ້ອນສ່ວນໃດໜຶ່ງເຖິງສະຖຽນລະພາບຂອງໂລກ ແລະ ພາກພື້ນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top