• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນວິສາຫະກິດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ

      ຕາມທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ແລ້ວ, ຄຽງຂ້າງບັນດາເຫດການຈັດຕັ້ງຕາມປົກກະຕິ, ກອງປະຊຸມສຸດຍອດວິສາຫະກິດ APEC 2017, ໜຶ່ງໃນ 2 ເຫດການຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ ໃນຂອບເຂດສັບປະດາຂັ້ນສູງ APEC

ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ
      ຈຳນວນວິສາຫະກິດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ - ນີ້ແມ່ນການຢັ້ງຢືນຂອງທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ທີ່ການພົບປະແຈ້ງຂ່າວຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ກ່ຽວກັບບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC ຈັດຕັ້ງຢູ່ນະຄອນ ດ່ານັ້ງ ແຕ່ວັນທີ 6 -11 ພະຈິກ 2017.
        ຕາມທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ແລ້ວ, ຄຽງຂ້າງບັນດາເຫດການຈັດຕັ້ງຕາມປົກກະຕິ, ກອງປະຊຸມສຸດຍອດວິສາຫະກິດ APEC 2017, ໜຶ່ງໃນ 2 ເຫດການຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ ໃນຂອບເຂດສັບປະດາຂັ້ນສູງ APEC, ດຶງດູດການເຂົ້າຮ່ວມຂອງວິສາຫະກິດພາຍໃນພາກພື້ນເປັນຈຳນວນຫຼວງຫຼາຍ:
ນີ້ແມ່ນເຫດການໂດຍມີການເຂົ້າຮ່ວມຂອງບັນດາວິສາຫະກິດພາກພື້ນເປັນຈຳນວນຫຼວງຫຼາຍໃນສັບປະດາຂັ້ນສູງ. ມາຮອດປະຈຸບັນ, ການເຂົ້າຮ່ວມຂອງບັນດາວິສາຫະກິດແຖວໜ້າຢູ່ພາກພື້ນ ແລະ ສາກົນກໍ່ຄືບັນດາວິສາຫະກິດ ຫວຽດນາມ ຫຼາຍທີ່ສຸດນັບແຕ່ກ່ອນມາ ຮອດປະຈຸບັນ, ໃນບັນດາກອງປະຊຸມສຸດຍອດວິສາຫະກິດ APEC, ຈຳນວນນັກທຸລະກິດຈົດທະບຽນ ມາຮອດປະຈຸບັນ ແມ່ນ 2.000 ຄົນ
 (ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top