• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 85ປີ ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຢູ່ຕ່າງປະເທດ


(ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນຢູ່​ນະ​ຄອນ​ຫຼວງ Kiev)
      ສະ​ເຫຼີມ​ສະ​ຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ (26/03/1931 – 26/03/2016), ວັນ​ທີ 26/03, ຢູ່​ອີນ​ເດຍ, ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ອີນ​ເດຍ ​ຄະ​ນະຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ​ສະ​ຖານ​ທູດໄດ້​ຈັດ​ກອງ​ປ​ະ​ຊຸມ​ໃຫຍ່​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ອີນ​ເດຍ ແລະ ສະ​ເຫຼີມ​ສະ​ຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ຈຸງ​ກຽນ, ເລ​ຂາ​​ຄະ​ນະ​ຊາວ​ໜຸ່ມ​ສະ​ຖານ​ທູດ ໃຫ​້​ຮູ້​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ແມ່ນ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຊາວ​ໜ​ຸ່ມ, ນັກ​ສຶກ​ສາ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫ​ວັດ​ສາດ, ມູນ​ເຊື້ອ​ການ​ປະ​ຕິ​​ວັດ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ລຸ່ນ​ກ່ອນໆ​; ກຳ​ແໜ້ນ​ສະ​ພາບ​ການ​ຮ່ຳ​ຮຽນ, ການ​ດຳ​​ເນີນ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ນັກ​ສຶກ​ສາ​ຢູ່​ບັນ​ດາ​ລັດ​ໃນ​ອີນ​ເດຍ.
        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ​ຫຼວງ Kiev, ສ.ຢູ​ແກ​ຼນ ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ຈັດ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິ​ລະ​ປະ, ກິ​ລາ ໃນ​​ຂອບ​ເຂດ​ທົ່ວ​​ປະ​ເທດຢູ​ແກຼນ, ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top