• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານມະໂຫລານດົນຕີຢູນະຄອນ ດ່ານັງ

      ງານມະໂຫລານໄດ້ປະສົມປະສານບັນດາປະເພດສິລະປະ, ບັນດານັກສິລະປິນໄດ້ສະແດງບັນດາລາຍການທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຜູ້ຊົມ.
ຜູ້ເຂົ້າຮ່ວມລາຍການຕ້ອງແຈ້ງອາການສຸຂະພາບ (ພາບ: nhandan.com.vn)
      ດ່ານັງ ໄດ້ເລີ່ມແຜນຮ່າງກໍ່ສ້າງນະຄອນ ດ່ານັງ- ນະຄອນສິ່ງແວດລ້ອມ ດ້ວຍການຈັດງານມະໂຫລານດົນຕີໂລກນ້ຳ ທີ່ມີຫົວເລື່ອງ “ນ້ຳ-ການຟື້ນຟູ” ທີ່ໄດ້ສ້າງຄວາມປະທັບໃຈໃນຕອນຄ່ຳວັນທີ 26 ເມສາ, ຢູ່ໂຮງລະຄອນ ຈຶງເວືອງ.
ງານມະໂຫລານດັ່ງກ່າວໄດ້ປະສົມປະສານບັນດາປະເພດສິລະປະ, ບັນດານັກສິລະປິນໄດ້ສະແດງບັນດາລາຍການທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຜູ້ຊົມ. ທ່ານ ເຈິ່ນກວາງຮ່າວ, ຜູ້ອຳນວຍການ ໂຮງລະຄອນ ຈຶງເວືອງ ນະຄອນດ່ານັງ ໃຫ້ຮູ້ວ່າ:
   ສານທີ່ບັນດາລາຍການສະແດງໄດ້ຝາກມາ ນັ້ນແມ່ນ: ປະເທດນີ້ແມ່ນຂອງເພື່ອນ, ຈົ່ງເຄົາລົບບັນດາຊັບພະຍາກອນທຳມະຊາດ ແລະ ປະຫວັດສາດຂອງປະເທດຊາດເໝືອນດັ່ງມູນມໍລະດົກທີ່ມີຄ່າ.
   ປີ 2008, ນະຄອນດ່ານັງ ປະກາດແຜນຮ່າງ “ກໍ່ສ້າງນະຄອນດ່ານັງ-ນະຄອນສິ່ງແວດລ້ອມ” ຊື່ງໄດ້ສ້າງທິດທາງຮອດປີ 2030 ຈະພັດທະນານະຄອນດ່ານັງ ຕາມທິດນະຄອນຊີວະພາບ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top