26/07/2019 14:59 GMT+7 Email Print Like 0

ງານບຸນແຂ່ງຂັນ ປ່ອຍວ່າວ ຊ໋າວເດັ່ນ

ດ້ວຍຄວາມໝາຍ ເບິ່ງແຍງດູແລ ປະຊາຊົນ ຫຼັງສົງຄາມ ຫຼື ຫຼັງ ລະດູການເກັບກ່ຽວທີ່ລຳບາກ, ງານບຸນແຂ່ງຂັນປ່ອຍວ່າວຂຸ່ຍ ຊ໋າວເດັ່ນ ຢູ່ ບ້ານ ກຸ໋ຍເຊີນ, ຕາແສງ ຊອງອານ, ເມືອງ ຫວູທື, ແຂວງ ຖ໋າຍບິ່ງ ໄດ້ຮັບການຈັດຂຶ້ນ ຊຶ່ງດຶງດູດນັກວ່າວຂຸ່ຍ ຈາກ ທຸກແຫ່ງຫົນ ຂອງ ປະເທດ ນັບຫຼາຍພັນຄົນ ມາເຂົ້າຮ່ວມ ງານ ແຂ່ງຂັນ.
ປະເພນີປ່ອຍວ່າວ ແມ່ນເພື່ອລະນຶກເຖິງ ກວກກົງ ດິງເລ໊, ນາຍ ທະຫານ ຜູ້ເກັ່ງກ້າສາມາດ ໃນຂະບວນການລຸກຮືຂຶ້ນ ລາມ ເຊີນ. ໃນການຕໍ້ສູ້, ທ່ານໄດ້ບັນຊາກອງກຳລັງທະຫານ ຕັ້ງຄ້າຍ ຢູ່ພູ ຕຸ່ງ ຫຼິ໊ງ (ແຂວງ ຮ່າຕິ໊ງ) ພ້ອມກັບການບຸກເບີກເນື້ອທ່ີ ເພື່ອ ທໍາການຜະລິດ ກະສິກໍາ ຢູ່ ແຄມຝັ່ງແມ່ນຳ້ ລາຢາງ ເພື່ອສາ ມາດ ເປັນເຈົ້າຕົນເອງ ດ້ານສະບຽງອາຫານ. ກວກກົງ ດິງເລ໊ ໄດ້ແນະນໍາໃຫ້ທະຫານ ວິທີເຮັດ ວ່າວ ມີຮູບກົ່ງ ເໝືອນດັ່ງ ຮູບ ສ້ຽວດວງເດືອນ ແລະ ເຈາະບັນດາຂຸ່ຍ ດ້ວຍຫຼາຍຂະໜາດ ທີ່ ແຕກ ຕ່າງກັນ ແລ້ວ ພ້ອມກັບທະຫານປ່ອຍວ່າວ. 
ຕາມປຶ້ມປະຫວັດສາດ ທີ່ບັນທຶກໄວ້ໃນສະໄໝກ່ອນ, ເດ່ັນຊ໋າວ ຫຼື ເອີ້ນວ່າ ຊ໋າວເດັ່ນ ແມ່ນເພື່ອ ສັກກະລະບູຊາ ກວາງທູກ ລາຊີນີ ໂງທິຫງອກຢາວ (1460 - 1496) ແລະ ກວກກົງ (ຍົດ ສັກໜຶ່ງແຕ່ສະໄໝສັກດິນາ) ສາມທ່ານເຊັ່ນ ດິງເລ໊, ດິງໂບ່, ດິງ ລຽດ ຊຶ່ງເປັນຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການສ້າງ ຕັ້ງ ລາຊະວົງ ເລ ຂຶ້ນມາ. ລາຊີນີ ໂງທິຫງອກຢາວ ເປັນຫຼານ ຂອງ ກວກກົງ ດິງເລ໊, ເປັນມະເຫສີ ຂອງ ເຈົ້າຊີວິດ ເລຖ໋າຍຕົງ ແລະ ກໍເປັນແມ່ຂອງ ແທ໋ງຕົງ ຊຶ່ງເປັນເຈົ້າຊີວິດອົງໜ່ຶງ ທີ່ມີ ຄວາມສະຫຼາດ ແລະ ເກັ່ງກ້າທີສຸດ ເມື່ອທຽບກັບ ເຈົ້າຊີວິດ ອົງ ອື່ນໆ ຂອງ ລາຊະວົງ ເລ.

ຫຼັງຈາກ ກວກກົງ ດິງເລ໊ເຖິງແກ່ກຳ, ລູກຫຼານຂອງເພິ່ນ ມັກ ປ່ອຍວ່າວ ເພື່ອລະນຶກເຖິງຕອນສະໄໝ ເພິ່ນເຄີຍໃຫ້ ທະຫານ ປ່ອຍວ່າວ ເພື່ອລືມໄປຄວາມອິດເມື່ອຍ ເມື່ອທັງຕີເສິກ ທັງເຮັດ ນາ. ໃນຊຸມມື້ນັ້ນ, ຢູ່ອ້ອມຂ້າງເຂດນີ້, ເຖິງວ່າຫ່າງໄກ ນັບຫຼາຍ ສິບໄມ, ປະຊາຊົນ ກໍສາມາດ ໄດ້ເຫັນ, ໄດ້ຟັງສຽງ ວ່າວຂະ ໜາດໃຫຍ່ນັບຫຼາຍຮ້ອຍ ທີ່ບິ່ນເວີ່ນ ຢູ່ເທິງທ້ອງຟ້າ.

ສະໄໝສັກດິນາ, ງານບຸນແຂ່ງຂັນວ່າວຂຸ່ຍ ຊ໋າວເດັ່ນ ແມ່ນ ພິທີລະດັບຊາດ, ບັນດາອາດຍາໃຫຍ່ນ້ອຍ ຂອງທ້ອງຖິ່ນ ແລະ ລາຊະວັງ ຕ້ອງມີໜ້າຢ່າງຄົບໜ້າຄົບຕາ ເພື່ອ ເຂົ້າຮ່ວມພິທີ ດັ່ງ ກ່າວ. ການບູຊາບວງສວມມີຄວາມໝາຍທີ່ໃຫຍ່ຫຼວງ ໃນຊີວິດ ການເປັນຢູ່ ຂອງ ວົງຄະນາຍາດ ເພື່ອຂໍໃຫ້ປະຊາຊົນ ມີຄວາມ ສະຫງົບສຸກ, ມີໂຊກມີໄຊ ແລະ  ລະດູການ ໄດ້ຮັບຜົນດີ.


ບັນດາທີມ ໃນງານບຸນແຂ່ງຂັນປ່ອຍວ່າວຂຸ່ຍ ຂອງ ບັນດາແຂວງ ນະຄອນ ເຊັ່ນ ຮ່າໂນ້ຍ, ຖ໋າຍບິ່ງ, ນາມດິ້ງ, ຮຶງອຽນ, ຫາຍຟ່ອງ... ເຕົ້າໂຮມວ່າວ ຢູ່ ຫໍບູຊາ ເໝົ້າ (ເຈົ້າແມ່)
ເພື່ອດຳເນີນພິທີຂໍລົມ. ພາບ: ຫາຍອ໋ຽນ 



ສານັກສະມາຄົມ ວ່າວຂຸ່ຍ ຮ່າໂນ້ຍ ນໍາ ຊ໋າວເດັ່ນ ວ່າວຂຸ່ຍ ທີ່ມີຄວາມງາມຢ່າງຈັບຕາຈັບໃຈ. ພາບ: ຫາຍອ໋ຽນ


ວ່າວຂຸ່ຍ ຂະໜາດໃຫຍ່ ໄດ້ນໍາມາສະແດງ ພາຍໃນ ງານ ຊ໋າວເດັ່ນ. ພາບ: ຫາຍອ໋ຽນ


ພິທີແຫ່ວ່າວ ໃນງານບຸນ ຊ໋າວເດັ່ນ. ພາບ: ຫາຍອ໋ຽນ


ຂັ້ນຕອນ ປ່ອຍວ່າວໃນການແຂ່ງຂັນ ຂ້າມຂໍກ່ຽວເຂົ້າ  ໃນງານບຸນ ຊ໋າວເດັ່ນ. ພາບ: ຫາຍອ໋ຽນ
 

ປ່ອຍວ່າວ ໃນງານບຸນ ຊ໋າວເດັ່ນ. ພາບ: ຫາຍອ໋ຽນ

ຈຸດເດັ່ນສ້າງບັນຍາກາດຄຶກຄື້ນມ່ວນຊື່ນທີ່ສຸດ ໃນວັນບຸນ ຊ໋າວ ເດັ່ນ ແມ່ນການແຂ່ງຂັນປ່ອຍວ່າວ. ພາກສ່ວນເຂົ້າຮ່ວມ ການ ແຂ່ງຂັນ ມີບັນດາສະໂມສອນ ວ່າວຂຸ່ຍ ທີ່ມາຈາກແຂວງ ແລະ ນະຄອນເຊັ່ນ: ຖ໋າຍບິ່ງ, ນາມດິ້ງ, ຮຶງອຽນ, ຮ່າໂນ້ຍ, ຖ໋າຍ ຫງວຽນ , ກວາງນິງ, ເກິ່ນເທີ...

ເປັນເວລາຫຼາຍເຊັ່ນຄົນມາແລ້ວ, ກະຕິກາ ຂອງ ງານບຸນຊ໋າວ ເດັ່ນ ບໍ່ມີການປ່ຽນແປງແຕ່ຢ່າງໃດ. ໝາຍຄວາມວ່າ ຜູ້ເປັນເຈົ້າ ຂອງວ່າວ ຕ້ອງເລືອກທິດປ່ອຍໃຫ້ຖືກທິດລົມ, ຄະນະຈັດຕັ້ງ ປັກໄມ້ສ້າວສອງຕົ້ນລົງດິນ ຊຶ່ງຫ່າງກັນປະມານ 50 ຊມ, ສ່ວນ ປາຍໄມ້ສ້າວສອງຕົ້ນນັ້ນ ມັດຂໍກ່ຽວເຂົ້າ ສອງອັນ. ເມື່ອ ສຽງ ກອງສົ່ງສັນຍາ ດັງຂຶ້ນ, ບັນດາເຈົ້າຂອງ ວ່າວ ດຶງເຊືອກ ແລະ ປ່ອຍວ່າວຂຶ້ນສູ່ເວຫາ. ວ່າວ ໃດ ບໍ່ໄດ້ມາດຖານຈະ ພິກປິ້ນ ຂວໍ້າປີ້ນຫງາຍ ເຮັດໃຫ້ເຊືອກວ່າວ ກ່ຽວໃສ່ ປາຍ ຂໍກ່ຽວເຂົ້າ ຢູ່ຕົ້ນໄມ້ສ້າວ ແລະ ຈະເຮັດໃຫ້ເຊືອກ ວ່າວຂາດ. ສະນັ້ນ ຈະ ເຮັດໃຫ້ ວ່າວ ນັ້ນໃຫ້ອອກ ຈາກການແຂ່ງຂັນ. ສືບຕໍ່ການແຂ່ງ ຂັນ, ວ່າວ ໃດ ເຊືອກ ບໍ່ຂາດ ແລະ ສາມາດບິນເວີ່ນ ຮອດ ມື້ ສຸດທ້າຍ ຂອງ ງານບຸນແຂ່ງຂັນ ຈະໄດ້ຮັບລາງວັນ.


ປະຈຸບັນ, ຢູ່ບັນດາແຂວງ, ນະຄອນເຊັ່ນ ຮ່າໂນ້ຍ, ນາມດິ້ງ, ຖ໋າຍບິ່ງ, ຫາຍຟ່ອງ, ຮຶງອຽນ ໄດ້ສ້າງຕັ້ງ ບັນດາສະໂມສອນ ວ່າວຂຸ່ຍ ມູນເຊື້ອ ແນໃສ່ເຕົ້າໂຮມ ຜູ້ມີຄວາມຫຼົງໄຫຼກ່ຽວກັບ ການຫຼິ້ນຂຸ່ຍວ່າວ. ຕົວຢ່າງ: ສະໂມສອນວ່າວຂຸ່ຍ ຮ່າໂນ້ຍ ມີ ສະມາຊິກເກືອບ 4000 ຄົນ, ເຄື່ອນໄຫວໃນ 13 ສະໂມສອນ. ສະມາຊິກໜຸ່ມສຸດມີອາຍຸ ພຽງ 16 ປີ, ສະມາຊິກອາຍຸ ສູງສຸດ ແມ່ນ 82 ປີ. 
ປະຕິບັດ: ຫາຍອ໋ຽນ
ບັນດາບົດທີ່ຖືກນຳສະເໜີ