• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນພົບປະແລກປ່ຽນວັດທະນະທຳຫາຍຟ່ອງ-ຍີ່ປຸ່ນ

ດອກ​ຊາ​ກູ​ຣະ ໄດ້​ວ​າງ​ສະ​ແດງ​ທີ່​ງານບ​ຸນ
      ຕອນ​ຄ່ຳ​ວັນ​ທີ 12/3, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫາຍ​ຟ່ອງ ແລະ ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຍີ່​ປຸ່ນ ໄດ້​ໄຂ​ງານ​ບຸນ​​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຍີ່​ປຸ່ນ ແລະ ງານ​ວາງ​ສະ​ແດງດອກ​ ຊາ​ກຸ​ຣະ ຫາຍ​ຟ່ອງ 2017. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫງວຽນ​ວັນ​ຕູ່ງ, ປະ​ທານ ຄະ​ນະ​ກຳ​ມະ​ກ​ານ​ປະ​ຊາ​ຊົນ​ນະ​ຄອນ ຫາຍ​ຟ່ອງ ໄດ້​ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງ​ການ​ພົວ​ພັນ​ທີ່​ສ​ະ​ໜິດ​ແໜ້ນ​ລະ​ຫວ່າງນະ​ຄອນ ຫາຍ​ຟ່ອງ ກັບ ຍີ່​ປຸ່ນ. ໃນ​ບໍ​ລິ​ເວນ​​ນະ​ຄອນ, ມີ 130 ​ໂຄງ​ການ​ລົງ​ທຶນ​ຈາກ​ຍີ່​ປຸ່ນ, ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ກ່​ວາ 4 ຕື້ USD, ກວມ​ກ່ວາ 30% ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ນະ​ຄອນ ຫາຍ​ຟ່ອງ.
      ງານ​ວາງ​ສະ​ແດງ​ມີ​ຕົ້ນ​ຊາ​ກຸ​ຣະ 100 ຕົ້ນ ແລະ ງ່າ ຊາ​ກຸ​ຣະ 1000 ງ່າໂດຍ​ລັດ​ຖະ​ບານ ຍີ່​ປຸ່ນ ມອບ​ໃຫ້​ນະ​ຄອນ​ຫາຍ​ຟ່ອງ. ງານ​ວາງ​ສະ​ແດງດອກ ຊາ​ກຸ​ຣະ ໄດ້​​ດຳ​ເນີນ​ຢູ່​ສະ​ໜາມຫຼວງ​ຂອງ​ນະ​ຄອນ ແລະ ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 14/3.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top