• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນຊ້າງ ໄຊຍະບູລີ ປີ 2021 ຈະຈັດຂຶ້ນດ້ວຍຂອບຂະໜາດນ້ອຍກວ່າ

ອຳນາດການປົກຄອງແຂວງ ໄຊຍະບູລີ, ປະເທດລາວ ຫາກໍ່ແຈ້ງໃຫ້ຊາບວ່າ, ຈະຈັດງານບຸນຊ້າງ ໄຊຍະບູລີ ປີ 2021 ເປັນເວລາ 1 ວັນຄືວັນທີ 13 ກຸມພາ 2021.


ງານບຸນຊ້າງ ໄຊຍະບູລີ ປີ 2021 ຈະຈັດເປັນເວລາ 1 ວັນຄືວັນທີ 13 ກຸມພາ 2021

(ພາບອີນເຕີແນັດ)


ອຳນາດການປົກຄອງແຂວງ ໄຊຍະບູລີ, ປະເທດລາວ ຫາກໍ່ແຈ້ງໃຫ້ຊາບວ່າ, ຈະຈັດງານບຸນຊ້າງ ໄຊຍະບູລີ ປີ 2021 ເປັນເວລາ 1 ວັນຄືວັນທີ 13 ກຸມພາ 2021 ເພື່ອແນໃສ່ຮັບປະກັນຄວາມປອດໄພຕໍ່ໜ້າສະພາບການສັບສົນຈາກໂລກລະບາດໂຄວິດ-19. ຄະນະຈັດຕັ້ງພຽງຈັດການເຄື່ອນໄຫວນ້ອຍຄື: ການແຮ່ຊ້າງ 21 ໂຕຢູ່ອ້ອມສະໜາມຫຼວງ; ມີການບາສີສູ່ຂວັນໃຫ້ຊ້າງ ແລະ ນຳຊ້າງກິນອາຫານບຸບເຟ. ນອກນີ້, ຍັງຈະມີຮ້ານວາງສະແດງສິນຄ້າຈຳນວນໜຶ່ງທີ່ເປັນຜະລິດຕະພັນຂອງແຂວງ ກໍຄືບັນດາແຂວງໃກ້ຄຽງ.

ງານບຸນຊ້າງ ໄດ້ຈັດຕັ້ງເປັນຄັ້ງທຳອິດໃນປີ 2007 ດ້ວຍຈຸດປະສົງແມ່ນປະກອບສ່ວນອະນຸລັກຮັກສາຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນການພົວພັນໃກ້ຊິດລະຫວ່າງຄົນກັບຊ້າງ.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top