• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍຢູ່ປະເທດລາວ ໄດ້ອອກໂຮງໝໍແລ້ວ

      ໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2020 ທີ່ໂຮງໝໍມິດຕະພາບລາວ ໄດ້ຈັດພິທີສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ຜູ້ສຸດທ້າຍອອກໂຮງໝໍ. ຄົນເຈັບດັ່ງກ່າວ, ແມ່ນໜຶ່ງໃນຄົນເຈັບທັງໝົດ 19 ຄົນທີ່ຕິດເຊື້ອໃນ ສປປ ລາວ.

(ພາບ: kpl.gov.la)
      ຄົນເຈັບນີ້ແມ່ນກໍລະນີທີ 8 ເປັນເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ແລະ ກໍແມ່ນຜູ້ສຸດທ້າຍ ໃນຈຳນວນ 19 ຄົນ ທີ່ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 28 ມີນາ 2020, ເຊິ່ງໄດ້ຮັບການປີ່ນປົວຄົບຕາມກຳນົດ ແລະ ໄດ້ຫາຍດີເປັນປົກກະຕິ. ຜ່ານການກວດກາທາງດ້ານວິເຄາະບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ.
ໂອກາດດຽວກັນນີ້, ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຮງໝໍມິດຕະພາບ ແລະ ບັນດາແພດໝໍ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການປີ່ນປົວຄົນເຈັບໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ກໍເປັນຂ່າວດີສຳລັບ ສປປ ລາວ ສາມາດປີ່ນປົວກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃຫ້ຫາຍດີທັງໝົດ 19 ຄົນ ແລະ ປັດຈຸບັນກໍບໍ່ມີກໍລະນີຜູ້ຕິດເຊື້ອໃໝ່.
ພ້ອມດຽວກັນນີ້, ທ່ານຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາແພດໝໍ ເຖິງວ່າຈະບໍ່ມີຄົນເຈັບນອນປີ່ນປົວກໍຕາມແຕ່ໂຮງໝໍຍັງຕ້ອງສືບຕໍ່ພາລະບົດບາດ ໃນການເຝົ້າລະວັງ, ຄັດກອງຄົນເຈັບ ແລະ ກຽມພ້ອມຮັບຄົນເຈັບ ຖ້າມີກໍລະນີເກີດຂຶ້ນໃໝ່ໃນຕໍ່ໜ້າ.
(ແຫຼ່ງຄັດຈາກ VOV)

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ພັກ, ລັດ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຄັ້ງ​ທີ 2 ໃຫ່​ແກ່​ກົມ 16 ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຢ່າງ​ໃຫຍ່ຫຼວງ, ແຕ່​ພ້ອມດຽວ​ກັນ​ນັ້ນ​ກໍ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ຂອງ​ກົມ 16 ເວົ້າ​ສະ​ເພາະ ແລະ ກົມ​ໃຫຍ່ 2 ເວົ້າ​ລວມ ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ.

Top