• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳກ່າວເຕືອນໃໝ່ກ່ຽວກັບໂລກລະບາດໂຄວິດ - 19, ຈຳນວນຜູ້ເສຍຊີວິດຢູ່ ອາເມລິກາ ເພີ່ມຂຶ້ນສູງ

      ໂລກຄວນກຽມຮັບມືກັບໂລກລະບາດຢູ່ລະດັບສູງກວ່າ ແລະ ໂລກລະບາດຈະສິ້ນສຸດລົງ ພາຍຫຼັງທີ່ປະຊາຊົນທຸກຄົນຕິດເຊື້ອແລ້ວ ຫຼື ໄດ້ສັກວັກຊິນຢ່າງຄົບຖ້ວນ.
ສົ່ງຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄປຍັງໂຮງໝໍ Jerusalem, ວັນທີ 15 ສິງຫາ (ພາບ: AFP/ TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 15 ກັນຍາ, ໂຄວິດ - 19 ສືບຕໍ່ ແຜ່ລະບາດຢູ່ 221 ປະເທດ ແລະ ເຂດແຄວ້ນ, ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດຂຶ້ນເຖິງ 226,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 4,66 ລ້ານຄົນ. ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອລາຍໃໝ່ (112.500 ຄົນ) ແລະ ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ເພີ່ມເຕີມ (1700 ຄົນ). ກ່ຽວກັບຈໍານວນຜູ້ຕິດເຊື້ອໃໝ່, ຖັດຈາກ ອາເມລິກາ ແມ່ນ ຕວັກກີ, ອິນເດຍ, ອັງກິດ ແລະ ອີຣານ; ສ່ວນ ລັດເຊຍ, ບຣາຊິນ, ມາເລເຊຍ ແລະ ອີຣານ ແມ່ນບັນດາປະເທດທີ່ມີຈຳນວນຜູ້ເສຍຊີວິດຖັດຈາກ ອາເມລິກາ.
        ບັນດານັກວິທະຍາສາດກ່າວເຕືອນວ່າ, ນັບແຕ່ນີ້ຮອດທ້າຍປີ, ໂລກຄວນກຽມຮັບມືກັບໂລກລະບາດຢູ່ລະດັບສູງກວ່າ ແລະ ໂລກລະບາດຈະສິ້ນສຸດລົງ ພາຍຫຼັງທີ່ປະຊາຊົນທຸກຄົນຕິດເຊື້ອແລ້ວ ຫຼື ໄດ້ສັກວັກຊິນຢ່າງຄົບຖ້ວນ.
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top