• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ນັກ​ຊ່ຽວ​ຊານ​ເສ​ນາ​ຮັກ ຫວຽດ​ນາມ ປະ​ຕິບ​ັດ​ສຳ​ເລັດ​ໜ້າ​ທີ່​ຊ່ວຍ​ເຫຼືອ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ເພື່ອຊ່ວຍເຫຼືອ ລາວ ໃນການຮັບມືກັບການແຜ່ລະບາດຮອບທີ 2 ຂອງໂລກລະບາດໂຄວິດ - 19 ແລະ ຕອບສະໜອງຕາມຄຳສະເໜີຂໍການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງຄະນະນັກຊ່ຽວຊານເສນາຮັກ ໄປຍັງປະເທດລາວ ຊ່ວຍເຫຼືອກະຊວງປ້ອງກັນປະເທດ ລາວ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.
ຄະນະນັກຊ່ຽວຊານ ໄດ້ກວດກາ ແລະ ແບ່ງປັນປະສົບການ, ແນະນຳວິທີການປ້ອງກັນ, ສະກັດກັ້ນໂລກລະບາດ, ວຽກງານກວດວິໄຈ, ບົ່ງມະຕິ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໃຫ້ແກ່ຫົວໜ່ວຍຕ່າງໆໂດຍກົງ (ພາບ: TTXVN)

ໃນລະຫວ່າງວັນທີ 3 ຫາວັນທີ 19 ພຶດສະພາ, ຄະນະນັກຊ່ຽວຊານເສນາຮັກ ຫວຽດນາມ ໄດ້ເຂົ້າຮ່ວມໃນຄະນະປະຕິບັດງານຕ່າງໆຂອງກະຊວງປ້ອງກັນປະເທດ ລາວ ເພື່ອຂົນສົ່ງວັດຖຸອຸປະກອນການແພດ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ ລົງໄປຍັງທ້ອງຖິ່ນຕ່າງໆ ແລະ ສຳຫຼວດ, ຕີລາຄາໂດຍກົງລະບົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ກອງທັບ ປະຊາຊົນ ລາວ. ຄະນະນັກຊ່ຽວຊານ ໄດ້ກວດກາ ແລະ ແບ່ງປັນປະສົບການ, ແນະນຳວິທີການປ້ອງກັນ, ສະກັດກັ້ນໂລກລະບາດ, ວຽກງານກວດວິໄຈ, ບົ່ງມະຕິ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ແລະ ແກ້ໄຂບັນຫາອະນາໄມສິ່ງແວດລ້ອມໃຫ້ແກ່ຫົວໜ່ວຍຕ່າງໆໂດຍກົງ. ຄຳເຫັນປະກອບຂອງຄະນະ ແມ່ນພື້ນຖານໃຫ້ແກ່ບັນດາຫົວໜ່ວຍປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງໄດ້ເປັນຢ່າງດີກວ່າ ແລະ ແບ່ງປັນປະສົບການໃຫ້ຫົວໜ່ວຍອື່ນໆທີ່ ຄະນະປະຕິບັດງານບໍ່ມີໂອກາດໄດ້ລົງເຮັດວຽກໂດຍກົງ.

        ທີ່ພິທີສະຫຼຸບໄລຍະປະຕິບັດງານ ເຊິ່ງໄດ້ດໍາເນີນໃນວັນທີ 19 ພຶດສະພາ ຢູ່ສຳນັກງານຂອງກະຊວງປ້ອງກັນປະເທດ ລາວ, ຄະນະນັກຊ່ຽວຊານ ເສນາຮັກ ຫວຽດນາມ ກໍໄດ້ຍົກອອກຂໍ້ສະເໜີແນະໃຫ້ການນຳກະຊວງປ້ອງກັນປະເທດ ລາວ ແລະ ຄະນະສະເພາະກິດ ຄວບຄຸມໂຄວິດ - 19 ຂອງກະຊວງປ້ອງກັນປະເທດລາວ ເພື່ອຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງ ກອງທັບປະຊາຊົນ ລາວ ໃນໄລຍະຈະມາເຖິງ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top