• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມພົບປະກັບພະນັກງານຂັ້ນສູງທີ່ໄດ້ພັກກິນເບ້ຍບຳນານເຂດພາກໃຕ້


ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງພົບ​ປະ​ກັບ​ຜູ້​ແທນ​ທີ່​ເຂົາ​ຮ່ວມກອງ​ປະ​ຊຸມ

      ຕອນ​ເຊົ້າ​ວັນ​ທີ 14/8, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ໄດ້​ຈັດ​ກອງ​ປະ​ຊຸມ​ພົບ​ປະ​ກັບ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ​ທີ່​ໄດ້​ພັກ​ກິນ​ເບ້ຍ​ບຳ​ນານ​ເຂດ​ພາກ​ໃຕ້​ເພື່ອ​ແຈ້ງ​ໃຫ້​ຊາບສະ​ພາບການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ພ້ອມ​ກັບ​ວຽກ​ງານ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ລັດ​ໃນ​ຂົງ​ເຂດ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ຄຳ​ເຫັນ​ທີ່ສຳ​ຄັນ​ຂອງ​ບັນ​ດາຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ແລກ​ປ່ຽນ ແລະ ເຮັດ​ແຈ້ງ​ບາງ​ບັນ​ຫາ​ຕື່ມ​ອີກ​ຊຶ່ງ​ບັນ​ດາ​ຜູ້​ແທນ​ໄດ້​ຍົກ​ອອກ​ມາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ອີກ​ເທື່ອ​ໜຶ່ງ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ​ໃນ​ການ​ເດັດດ່ຽວປັກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ເຂດ​ນ້ຳ​ແດນ​ດິນ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມ​ືອງ, ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top