ຂ່າວສານ
ຄະນະພັກສູນກາງ, ກະຊວງຕຳຫຼວດ ຈັດຕັ້ງງານຊາປາຊະນະກິດສົບ ຕຳຫຼວດ 3 ຄົນເສຍສະຫຼະຊີວິດເພື່ອຊາດຢູ່ ດົ່ງເຕີມ
ຕອນເຊົ້າວັນທີ 16 ມັງກອນ 2020, ທີ່ຫໍພິທີຊາປະນະກິດສົບແຫ່ງຊາດ ເລກທີ 5 ຖະໜົນ ເຈິ່ນແທງຕົງ, ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ ແລະ ກະຊວງຕຳຫຼວດ ໄດ້ຈັດພິທີໄວ້ອາໄລ ຕຳຫຼວດ 3 ຄົນແມ່ນ: ສະຫາຍ ຫງວຽນຮຸຍຖິ້ງ, ເກີດປີ 1972; ສະຫາຍ ຟ້າມກົງຮຸຍ, ເກີດປີ 1993 ແລະ ສະຫາຍ ເຢຶອງດຶກຮວ່າງກວນ, ເກີດປີ 1992 ຖືກເສຍສະຫຼະຊີວິດໃນເວລາໄປປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບຢູ່ ຕາແສງ ດົ່ງເຕີມ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ ເມື່ອວັນທີ 9 ມັງກອນ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ແລະ ຄະນະຜູ້ແທນຫ້ອງການລັດຖະບານ ເຂົ້າມາໄວ້ອາໄລຕຳຫຼວດ 3 ຄົນເສຍສະຫຼະຊີວິດເພື່ອຊາດ. ພາບ: ຢວານເຕິນ/VNA

ພິທີໄວ້ອາໄລ ແລະ ງານຊາປະນະກິດສົບ ຕຳຫຼວດ 3 ຄົນເສຍສະຫຼະຊີວິດໃນເວລາໄປປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບຢູ່ ຕາແສງ ດົ່ງເຕີມ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ. ພາບ: ຢວານເຕິນ/VNA
ເຂົ້າຮ່ວມງານຊາປະນະກິດສົບຕຳຫຼວດ 3 ຄົນເສຍສະຫຼະຊີວິດເພື່ອຊາດ ມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ; ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ; ທ່ານ ຫງວຽນວັນບິ່ງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ; ທ່ານ ເຈີ່ນແທງເໝີນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຝາກພວງມາລາມາໄວ້ອາໄລ ຕຳຫຼວດ 3 ຄົນເສຍສະຫຼະຊີວິດເພື່ອຊາດ.
ສຳລັບກະຊວງຕຳຫຼວດລວມມີ: ທ່ານພົນເອກ ໂຕເລີມ, ກຳມະການກົມການເມືອງ, ເລຂາທິການຄະນະພັກ ຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ຜູ້ຕາງໜ້າຕຳຫຼວດຢູ່ບັນດາທ້ອງຖິ່ນ ແລະ ອື່ນໆ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຝາກພວງມາລາມາໄວ້ອາໄລ ຕຳຫຼວດ 3 ຄົນເສຍສະຫຼະຊີວິດເພື່ອຊາດ.
ສຳລັບກະຊວງຕຳຫຼວດລວມມີ: ທ່ານພົນເອກ ໂຕເລີມ, ກຳມະການກົມການເມືອງ, ເລຂາທິການຄະນະພັກ ຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ຜູ້ຕາງໜ້າຕຳຫຼວດຢູ່ບັນດາທ້ອງຖິ່ນ ແລະ ອື່ນໆ.
ປະຕິບັດ: VNA/VNP