• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນທ້ອງຖິ່ນຕ່າງໆ ແລະ ນັກຂ່າວຢ້ຽມຢາມ,ອວຍພອນບຸນເຕັດບັນດາພະນັກງານ, ນັກຮົບທະຫານເຮືອເຂດ 5

ໃນຫຼາຍປີຜ່ານມາ, ພ້ອມກັບຄວາມເອົາໃຈໃສ່ຂອງພັກ, ລັດ, ພະນັກງານນັກຮົບທະຫານເຮືອເຂດ 5.

(ຄະນະຜູ້ແທນທ້ອງຖິ່ນຕ່າງໆ ແລະ ນັກຂ່າວຢ້ຽມຢາມ,ອວຍພອນບຸນເຕັດບັນດາພະນັກງານ, ນັກຮົບທະຫານເຮືອເຂດ 5)

ຕອນເຊົ້າວັນທີ 29 ທັນວາ, ກອງບັນຊາການທະຫານເຮືອເຂດ 5 ໄດ້ຈັດການພົບປະກັບຄະນະຜູ້ແທນທ້ອງຖິ່ນທາງພາກໃຕ້ຫວຽດນາມ ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນລະດົມກຳລັງໃຈແກ່ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ບັນດາເກາະທາງທິດຕາເວັນຕົກສ່ຽງໃຕ້. ກ່າວຄຳເຫັນທີ່ການພົບປະ, ທ່ານພັນເອກ ຫງວຽນດັງຕ໊ຽນ, ຜູ້ຮັບຜິດຊອບການເມືອງທະຫານເຮືອເຂດ 5, ຊີ້ແຈ້ງວ່າ.

          “ໃນຫຼາຍປີຜ່ານມາ, ພ້ອມກັບຄວາມເອົາໃຈໃສ່ຂອງພັກ, ລັດ, ພະນັກງານນັກຮົບທະຫານເຮືອເຂດ 5 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຕັມໄປດ້ວຍນ້ຳໃຈຄວາມຮັກແພງ, ການຊ່ວຍເຫຼືອ ແລະ ການອຸ້ມຊູຊ່ວຍເຫຼືອຂອງຄະນະພັກ, ອຳນາດການປົກຄອງ, ບັນດາອົງການໝູ່ຈັດຕັ້ງມະຫາຊົນ ແລະ ກຳລັງປະກອບອາວຸດບັນດາແຂວງ, ນະຄອນໃນທົ່ວປະເທດ.”

          ຕອນຄ່ຳວັນດຽວກັນ, ຄະນະຜູ້ແທນໄດ້ເດີນເຮືອໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບທີ່ຕັ້ງທັບຢູ່ເທດສະບານ ໂຖເຈົາ, ເມືອງ ຟຸ໊ກວ໊ກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top