• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາສະຫະພາບ ມຽນມາ ຢ້ຽມຢາມ ຫວຽດນາມ

ພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ ມຽນມາ ແລະ ຫວຽດນາມ ກໍຄື ໃນການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ.

ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ U Than Htay

ວັນທີ 20 ທັນວາ, ຢູ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ  ໄດ້ມີການຕ້ອນຮັບ ແລະ ພົບປະສັງສັນກັບ ທ່ານປະທານ U Than Htay ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ (USDP) ເຊິ່ງພວມມີການຢ້ຽມຢາມຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ທ່ານ U Than Htay ແລະ ພັກ USDP ເສີມຂະຫຍາຍບົດບາດ ເພື່ອແນໃສ່ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ, ໂດຍສະເພາະແມ່ນການຕິດຕາມກວດກາ ການປະຕິບັດບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມື ເຊິ່ງລັດຖະບານສອງປະເທດ ໄດ້ລົງນາມນຳກັນ, ເພື່ອແນໃສ່ນຳການພົວພັນຮ່ວມມືໃນທຸກຂົງເຂດ ລະຫວ່າງຫວຽດນາມ - ມຽນມາ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ສ່ວນທ່ານ U Than Htay, ປະທານພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ ໄດ້ເນັ້ນໜັກວ່າ: ໂດຍເປັນປະເທດບ້ານໃກ້ເຮືອນຄຽງນອນໃນພາກພື້ນດຽວກັນ, ສອງປະເທດ ໄດ້ແບ່ງປັນທັດສະນະຄ້າຍຄືກັນຫຼາຍຢ່າງ, ພ້ອມກັນນັ້ນ, ທ່ານໄດ້ຢັ້ງຢືນວ່າ ພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ ມຽນມາ ແລະ ຫວຽດນາມ ກໍຄື ໃນການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ.

ໃນໄລຍະເວລາຢ້ຽມຢາມຫວຽດນາມ, ຄະນະພັກສາມັກຄີ ແລະ ພັດທະນາສະຫະພາບ ມຽນມາ ກໍມີການພົບປະແລກປ່ຽນກັບການນຳ ຄະນະຈັດຕັ້ງສູນກາງ, ການນຳຄະນະກຳມະການກວດກາສູນກາງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ; ຢ້ຽມຢາມແຂວງກວາງນິງ ແລະ ຮາກຖານເສດຖະກິດ, ວັດທະນະທຳບາງແຫ່ງຢູ່ ຫວຽດນາມ.

ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top