• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ
          ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ກິ​ແກ້ວ ໄຂຄຳ​ພິ​ທູນ, ເລ​ຂາ​ສ​ູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ທ່ານ ຫວ​ໍ​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລ​ພ ເຮັດ​ວຽກ​ຢູ່​ລາວ ແຕ່​ວັນ​ທີ 22 – 23/12. ຕອນ​ບ່າຍ​ວັນ​ທີ 22/12, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ຫວໍ​ວັນ​ເຖືອງ ນຳ​ໜ້າ, ມີ​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໂດຍ​ທ່ານ ກິ​ແກ້ວ ໄຂຄຳ​ພິ​ທູນ ນຳ​ໜ້າ. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ບາງ​ບັນ​ຫາ ແລະ ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງຂອງ 2 ພັກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ ໄດ​້ເນັ້ນ​ໜັກ​ຄຳ​ຮຽກ​ຮ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ, ຄົ້ນ​ຄ້​ວາ​ຫາງ​ສຽງ​ສັງ​ຄົມ, ຮ່ວມ​ມື​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ສົມ​ທົບ​ກັນສະ​ສົມ​ເອ​ກະ​ສານ​ເພື່ອ​ເພີ່ມ​ເຕີມ, ເຮັດ​ໃຫ້​ກິດ​ຈະ​ກຳ​ປະ​ຫວັດ​ສາດ​ການ​ພົວ​ພັນ ຫວຽດ​ນາມ - ລາວ ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ. ສອງ​ຝ່າຍຢັ້ງ​ຢືນ​ຈະ​ສົມ​ທົບ​ກັນ​ ຢ່າງ​ແໜ້ນ​ແຟ້ນໃນ​ການ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ…
        ສິ້ນ​ສຸ​ດ​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກັບ​ຄະ​ນະ​ໂຄ​ສະ​ນ່​ສຶກ​ສາ​ສູນ​ກາງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄລ​ຍະ 2016 – 2020.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top