• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳລັດຖະບານປະຊຸມກ່ຽວກັບບັນດາໂຄງການ BOT

ຕອນບ່າຍວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄະນະປະຈຳລັດຖະບານຫວຽດນາມ ໄດ້ມີການປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນກ່ຽວກັບບັນດາໂຄງການ BOT (Build-Operate-Transfer)  ຄົມມະນາຄົມທາງບົກ.


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ

(ພາບ:VOV/Vu Dung)

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີໂດຍຖືວ່າ ແຫຼ່ງກຳລັງໃນຂົງເຂດລົງທຶນພັດທະນາພື້ນຖານໂຄງລ່າງຄົມມະນາຄົມ-ຂົນສົ່ງ ແມ່ນການປະກອບສ່ວນຂອງທົ່ວສັງຄົມ, ໂດຍສະເພາະແມ່ນໃນສະພາບທີ່ງົບປະມານມີຈຳກັດ ນັ້ນແມ່ນສິ່ງທີ່ຈຳເປັນ, ແລະແມ່ນແຜນນະໂຍບາຍຖືກຕ້ອງຂອງພັກ, ລັດໃນໄລຍະຜ່ານມາ, ໄດ້ຜັນຂະຫຍາຍເປັນຢ່າງດີໂດຍພື້ນຖານ. ທ່ານນາຍົກລັດຖະມົນຕີເຫັນດີກັບວິວັດການຫັນປ່ຽນໄປສູ່ການເກັບເງິນຄ່າທາງອັດຕະໂນມັດແບບບໍ່ຢຸດ ຄືດັ່ງບົດລາຍງານຂອງກະຊວງຄົມະນາຄົມ-ຂົນສົ່ງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງນ້ຳໃຈການປະມູນແບບເປີດເຜີຍ ເພື່ອຄັດເລືອກເອົາຫົວໜ່ວຍສະໜອງເຕັກໂນໂລຢີ; ເປີດເຜີຍ, ໂປ່ງໃສໃຫ້ແກ່ປະຊາຊົນ ແລະວິສາຫະກິດໃນວິວັດການຈະລາຈອນ; ຮັກສາຄວາມລັບຂໍ້ມູນຂ່າວສານຂອງຜູ້ນຳໃຊ້ພາຫະນະ.

(ແຫຼ່ງຄັດຈາກ VOV)


ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ໃນເວລາເຄື່ອນເຂົ້າມາເຂດແຕ່ແຂວງ ກວ໋າງຫງາຍ ໄປຮອດ ຢາລາຍ ຂອງ ຫວຽດນາມ ໃນຕ່ອນບ່າຍວັນທີ 6 ພະຈິກ, ພາຍຸ Kalmaegi ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ກໍ່ຜົນເສຍຫາຍຫຼາຍຕໍ່ກັບພື້ນຖານໂຄງລ່າງ.

Top