• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຜ່ານພາບຖ່າຍ ຂອງນັກຂ່າວສຳນັກຂ່າວສານ ຫວຽດນາມ


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄປຢ້ຽມຊົມງານວາງສະແດງຮູບພາບ: “ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ”. ພາບ: ເຟືອງຮວາ/VNA
      ໃນຂອບເຂດການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ, ໃນຕອນເຊົ້າວັນທີ 20 ທັນວາ 2017, ທີ່ຫໍປະຊຸມກະຊວງປ້ອງກັນປະເທດ, ຢູ່ ຮ່າໂນ້ຍ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຊົມງານວາງສະແດງຮູບພາບ: “ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ”.
      ງານວາງສະແດງໂດຍສຳນັກຂ່າວສານ ຫວຽດນາມ ສົມທົບກັບ ຄະນະພົວພັນການຕ່າງປະເທດສູນກາງ ພ້ອມກັນຈັດຕັ້ງເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017.
      ສະຫາຍ ຫງວຽນດຶກເລີ້ຍ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ແລະ ສະຫາຍ ຮວ່າງບິ່ງກວນ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ໄດ້ເຊີນສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄປຢ້ຽມຊົມງານວາງສະແດງ.
      ງານວາງສະແດງ ແນະນຳຮູບຖ່າຍ 55 ແຜ່ນຂອງນັກຂ່າວສຳນັກຂ່າວສານ ຫວຽດນາມ ຜ່ານໄລຍະຕ່າງໆເຊິ່ງໄດ້ຖ່າຍທຳບັນດາຮູບພາບທີ່ສວຍງາມ, ບັນດາຈຸດເວລາປະຫວັດສາດຂອງນ້ຳໃຈສາມັກຄີ, ມິດຕະພາບສັດຊື່ບໍລິສຸດ, ໝັ້ນແກ່ນລະຫວ່າງສອງຊາດ ຫວຽດນາມ-ລາວ; ສ່ອງແສງສາຍພົວພັນຮ່ວມມືຮອບດ້ານ, ພິເສດລະຫວ່າງສອງປະເທດໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ… ນັບທັງໃນໄລຍະຕໍ່ສູ້ຍາດເອົາເອກະລາດຂອງຊາດກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນອີກດ້ວຍ.
      ໃນນັ້ນ ມີຮູບຖ່າຍປະທານ ໂຮ່ຈີມິນ ໃນການພົບປະ, ໂອ້ລົມ ສົນທະນາກັບປະທານ ສຸພານຸວົງ ຢູ່ເຂດຕໍ່ຕ້ານ ວຽດບັກ, ພາບຖ່າຍປະທານ ໂຮ່ຈີມິນ ພົບປະກັບເລຂາທິການໃຫຍ່ ໄກສອນ ພົມວິຫານ ຢູ່ ຮ່າໂນ້ຍ ເມື່ອປີ 1966.

      ງານວາງສະແດງດັ່ງກ່າວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແນໃສ່ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ສາຍພົວພັນການທູດ (5/9/1962-5/9/2017), 40 ປີ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (18/7/1977-18/7/2017). 
      ກ່ອນໜ້ານັ້ນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນປະເທດ ສປປ ລາວ ໄດ້ມາວາງພວງມາລາທີ່ເຂດອະນຸສາວະລີ ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ; ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ. ພວງມາລາຂອງຄະນະມີແຖວໜັງສື “ປະທານ ໂຮ່ຈີມິນ ຍືນຍົງຄົງຕົວໃນດວງໃຈຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດໄປ”.
ປະຕິບັດ: VNA/VNP

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top