• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມຄາດ​ຫວັງ​ຢາກ​ມີສັນຕິພາບ,ເສລີພາບ ແລະ ຍຸຕິທຳຈະເອົາຊະນະຕໍ່ທຸກໆການກະທຳທີ່ ນຳໃຊ້ກຳ​ລັງ​ອາ​ວຸດ ແລະ ທະ​ເຍີ​ທະ​ຍານ​ຢາກ ຄອບຄອງ, ແຜ່ອຳນາດ

ວັນທີ 8 ພຶດສະພາ,ໄດ້ດຳເນີນກອງປະຊຸມຂັ້ນສູງທາງອອນລາຍ ຂອງສະພາຄວາມ ໝັ້ນຄົງ ສປຊ ດ້ວຍຫົວຂໍ້ “75 ປີພາຍຫຼັງສົງຄາມໂລກຄັ້ງທີ 2 ຢູ່ເອີລົບ - ບົດຮຽນທີ່ທອດຖອນໄດ້ເພື່ອສະກັດກັ້ນໄພພິບັດໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງສປຊ”.


ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ 

(ພາບ: VGP)


ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ສົງຄາມໂລກຄັ້ງທີ 2 ໄດ້ສະແດງໃຫ້ເຫັນບັນດາການກະທຳແຜ່ອຳນາດ, ຈັດວາງອຳນາດບາດໃຫຍ່ ແລະ ລັດທິຂຸນເສິກເຊິ່ງບໍ່ມີວັນທີ່ຈະສາມາດດັດມອບ ຄວາມຄາດຫວັງອັນແຮງກ້າ ຂອງບັນດາປະຊາຊາດທີີ່ໄດ້ດຳລົງຊີວິດໃນສັນຕິພາບ, ເສລີພາບ, ບັນດາຄຸນຄ່າລວມຂອງມວນມະນຸດ.

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ,ພ້ອມກັບການເຄື່ອນໄຫວຂອງລະບົບຫຼາຍຝ່າຍ,ການເຄົາລົບກົດໝາຍແລະປະຕິບັດຕາມກົດບັດສປຊ,ເປັນຕົ້ນແມ່ນບັນດາຫຼັກການກ່ຽວກັບເອກະລາດອະທິປະໄຕແລະຜືນແຜ່ນດິນອັບຄົບຖ້ວນ,ການບໍ່ນຳໃຊ້ກຳລັງອາວຸດແລະແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະກັດກັ້ນໄພສົງຄາມໂລກໃນໄລຍະ 75 ປີທີ່ຜ່ານມາ. 

(ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top