• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍເຊີນຊວນທ່ານເຂົ້າຮ່ວມການທວາຍຜົນຂອງ ງານປະກວດ “ສຽງເພງ ອາຊຽນ +3 ” ປີ 2019

      ຈົ່ງພ້ອມກັນທວາຍຜົນງານປະກວດ ສຽງເພງ ອາຊຽນ + 3” ປີ 2019 ເພື່ອມີໂອກາດໄດ້ຮັບລາງວັນທີ່ມີຄ່າ ຈາກຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey.
            ຈົ່ງພ້ອມກັນທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປີ 2019 ເພື່ອມີໂອກາດໄດ້ຮັບລາງວັນທີ່ມີຄ່າ ຈາກຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey.
ລະບຽບການທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປິ 2019 ມີດັ່ງນີ້:
-      ໂຄງປະກອບຂອງລາງວັນລວມມີ:
·        ລາງວັນທີ 1: ປີ້ຍົນໄປ-ກັບພາຍໃນປະເທດ ຂອງສາຍການບິນ Vietjet 01 ບ່ອນນັ່ງ.
·        ລາງວັນທີ 2. Voucher ພັກຜ່ອນບໍາລຸງສຸຂະພາບສໍາລັບຄອບຄົວ (ຜູ້ໃຫຍ່ 2 ຄົນ, ເດັກນ້ອຍ 2 ຄົນ) 4 ມື້ 3 ຄືນ ຢູ່ທີ່ ຕ່ວນເຈົາ, ນະຄອນຮະລອງ, ແຂວງກວ໋າງນິງຂອງຫວຽດນາມ.

ຕ່ວນເຈົາ, ນະຄອນຮະລອງ, ແຂວງກວາງນິງຂອງຫວຽດນາມ
      ·        ລາງວັນທີ 3: Voucher ພັກຜ່ອນບໍາລຸງສຸຂະພາບສໍາລັບຄອບຄົວ (ຜູ້ໃຫຍ່ 2 ຄົນ, ເດັກນ້ອຍ 2 ຄົນ)   2 ມື້ 1 ຄືນ ຢູ່ທີ່ ຕ່ວນເຈົາ, ນະຄອນຮະລອງ, ແຂວງກວາງນິງຂອງຫວຽດນາມ.
·        ລາງວັນຊົມເຊີຍ: ເສື້ອເສີດ 01 ຜືນ.
-      ເງື່ອນໄຂເຂົ້າຮ່ວມການທວາຍຜົນ:
·        ການທວາຍຜົນຈະເລີ່ມຂຶ້ນ ພາຍຫຼັງເປີດງານປະກວດ “ສຽງເພງອາຊຽນ + 3” ຮອບຊີງຊະນະເລີດ (ເຊິ່ງຈະດໍາເນີນໃນເວລາ 20 ໂມງ ຂອງວັນທີ 28 ກໍລະກົດ ປີ 2019 ແລະ ສິ້ນສຸດລົງໃນທັນທີ ເມື່ອຄະນະກໍາມະການກະກຽມປະກາດຜົນລາງວັນ.
·        ຜູ້ເຂົ້າຮ່ວມຕ້ອງມີສື່ສັງຄົມອອນລາຍ Facebook.
·        ແຕ່ລະຄົນ ສາມາດທວາຍຜົນໄດ້ເທື່ອດຽວ.
·        ເມື່ອສົ່ງຜົນການທວາຍແລ້ວ, ບໍ່ສາມາດແປງຄືນໄດ້.
-      ແນະນໍາການເຂົ້າຮ່ວມທວາຍຜົນ:
Ø  1: ເຂົ້າໜ້າເວັບໄຊ https://aseansongcontest.com, ແລ້ວເລືອກເອົາພາສາ (ສັນຍາລັກທຸງຢູ່ເບື້ອງຂວາມື). ຫຼັງຈາກນັ້ນ ເລືອກເອົານັກຮ້ອງທີ່ທ່ານຄາດວ່າຈະເປັນຜູ້ຊະນະ.
Ø  2: ເຂົ້າ Facebook ຂອງຕົນເອງ.
Ø  3: ຊອກຫານັກຮ້ອງທີ່ທ່ານຄິດວ່າ ຈະຍາດໄດ້ລາງວັນທີໜຶ່ງ.
Ø  4: ເລື່ອນລົງມາ ແລ້ວຂຽນໃສ່ຊ່ອງ comment  ຈໍານວນຜູ້ທີ່ທວາຍຜົນຄືກັນກັບຕົນເອງ.
ຜູ້ຊະນະໃນການທວາຍຜົນ ຈະແມ່ນມີຜົນຂອງການທວາຍຖືກກັບນັກຮ້ອງທີ່ໄດ້ຮັບລາງວັນທີ 1 ໂດຍຄະນະກໍາມະການປະກາດ, ພ້ອມທັງທວາຍໃກ້ຄຽງທີ່ສຸດກັບຜູ້ທວາຍຜົນຄືກັບຕົນເອງ.
ຕົວຢ່າງທ່ານທວາຍເອົານັກຮ້ອງ ໄດ້ຮັບລາງວັນທີ 1 ແມ່ນ Jimmy ແລະ ມີຜູ້ທວາຍຄືກັບຕົນເອງ ແມ່ນ 1001 ຄົນ, ແມ່ນໃຫ້ຂຽນຕົວເລກ 1001 ນັ້ນ ໃສ່ຊ່ອງ comment ແລ້ວກົດສົ່ງ ແມ່ນຖືວ່າສໍາເລັດ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top