
ທີ່ການຕ້ອນຮັບ (ພາບ: VGP)
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວເດີນພັດທະນາອັນດີງາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານຕົວເລກກ່ຽວກັບວົງເງິນການຄ້າ 2 ສົ້ນບັນລຸ 2,3 ຕື້ USD ໃນ 10 ເດືອນຕົ້ນປີ 2018, ກໍ່ຄືຈຳນວນວິສາຫະກິດ ແບນຊິກ ພວມລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕັ້ງໜ້າກະກຽມໃຫ້ແກ່ສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ, ແລະ ປາດຖະໜາວ່າ ແບນຊິກ ຈະມີການສະໜັບສະໜູນ ເພື່ອໃຫ້ ອີຢູ ລົງນານ ແລະ ໃຫ້ສັດຕະຍາບັນສັນຍາສຳຄັນສະບັບນີ້ຢ່າງເປັນທາງການໂດຍໄວ.
ສ່ວນທ່ານ Paul Jansen ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ແບນຊິກ ປາດຖະໜາວ່າ ຈະໄດ້ຮັບການສ້າງເງື່ອນໄຂ ເພື່ອສືບຕໍ່ເປີດກ້ວາງການລົງທຶນ ກໍ່ຄືຊອກຫາກາລະໂອກາດໃໝ່ຢູ່ຕະຫລາດ ຫວຽດນາມ, ພ້ອມທັງ ສະເໜີລັດຖະບານ ຈະຍົກເວັ້ນວິຊາໃຫ້ແກ່ພົນລະເມືອງ ແບນຊິກ ມາ ຫວຽດນາມ ເພື່ອປະກອບສ່ວນຊຸກຍູ້ການທ່ອງທ່ຽວ, ພົວພັນແລກປ່ຽນວັດທະນະທຳ.
(ແຫຼ່ງຄັດຈາກ VOV)