• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ສຸມ​ທຸກແຫຼ​່ງ​ກຳ​ລັງເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ ແລະ ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ - 19

ຕອນບ່າຍວັນທີ 9 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳ ກະຊວງສາທາລະນະສຸກ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ອວຍພອນປີໃໝ່ພະນັກງານ, ແພດໝໍ ແລະ ທົ່ວຂະແໜງສາທາລະນະສຸກທີ່ພວມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊົມເຊີຍພະນັກງານ, ແພດໝໍ ແລະ ຂະແໜງສາທາລະນະສຸກທີ່ຍັງພວມນຳໜ້າດ້ວຍຄວາມມານະພະຍາຍາມ ແລະ ມີຄວາມຕັດສິນໃຈຢ່າງສູງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນປີຜ່ານມາ. ທ່ານສະເໜີວ່າ:

        “ທົ່ວຂະແໜງສາທາລະນະສຸກ ຈົ່ງສຸມທຸກແຫຼ່ງກຳລັງເພື່ອຄວບຄຸມການແຜ່ລະບາດຂອງໂລກລະບາດ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ. ດັ່ງນັ້ນ, ຕ້ອງປະກອບທາງດ້ານວັດຖຸ, ອຸປະກອນ, ຊັບພະຍາກອນມະນຸດໃຫ້ຄົບຖ້ວນ, ທັນການ ເພື່ອຮັກສາຄວາມປອດໄພສູງສຸດໃຫ້ແກ່ຖັນແຖວພະນັກງານ, ແພດໝໍ. ຂ້າພະເຈົ້າ ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ ແລະ ແພດໝໍໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມຂອງຂະແໜງ, ຍາມໃດກໍກຽມພ້ອມ, ຕັດສິນໃຈ, ມີຄວາມຮັບຜິດຊອບ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ເອົາຊະນະໂລກລະບາດທີ່ພວມຄຸກຄາມຢ່າງຮ້າຍກາດໃນປັດຈຸບັນ”.

(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ລາ​ວ​ນັບ​ມື້​ນັບ​ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ລາ​ວ​ນັບ​ມື້​ນັບ​ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຢູ່​ການ​ພົບ​ປະ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສອງ​ທ່ານ​ໄດ້​ຢັ້ງ​ຢືນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສອງ​ພັກ, ສອງ​ລັດ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃຫ້​ການ​ປັບ​ປຸງ, ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ.

Top