• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຍູ້​ແຮງ​ການ​ນຳ​ໃຊ້​ການຫັນ​ເປັນ​ດີ​ຈີ​ຕອນ

ກອງປະຊຸມການຫັນເປັນດີຈີຕອນແຫ່ງຊາດຂອງຂະແໜງສາທາລະນະສຸກ ປີ 2020 ໂດຍກະຊວງສາທາລະນະສຸກ ຫວຽດນາມ ສົມທົບກັບຫ້ອງວ່າການລັດຖະບານ ພ້ອມດ້ວຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 30 ທັນວາ ຢູ່ຮ່າໂນ້ຍ.

ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ຢືນຢັນວ່າ ຂະແໜງສາທາລະນະສຸກ ສືບຕໍ່ຫຼຸດຜ່ອນລະບຽບການບໍລິຫານລົງ 30%, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະ ວິສາຫະກິດ. ປັດຈຸບັນ, 100% ຫົວໜ່ວຍຂອງກະຊວງສາທາລະນະສຸກ ໄດ້ຮັບອະນຸຍາດເຊັນທາງດີຈີຕອນ ແລະ ແກ້ໄຂເອກະສານເອເລັກໂຕນິກ; ເຊື່ອມຕໍ່ກັບ 1.500 ສະຖານທີ່ໜູນຊ່ວຍການກວດພະຍາດ ແລະ ໃຫ້ຄຳປຶກສາທາງໄກ. ຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກ ຍັງຜັນຂະຫຍາຍປະຕູຖານຂໍ້ມູນສາທາລະນະສຸກດ້ວຍຫຼາຍກວ່າ 1.400 ຮາກຖານສາທາລະນະສຸກ ໂດຍມີການເປີດເຜີຍຄ່າບໍລິການ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງກະຊວງສາທາລະນະສຸກ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ການຫັນເປັນດີຈີຕອນ, ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ບໍ່ພຽງແຕ່ເພື່ອເປົ້າໝາຍ ສ້າງຄວາມໂປ່ງໃສ, ຈະແຈ້ງ ຂອງຮາກຖານສາທາລະນະສຸກແຕ່ລະແຫ່ງເທົ່ານັ້ນ, ແຕ່ນີ້ແມ່ນເຄື່ອງມືທີ່ເປັນປະໂຫຍດ ແລະ ມີປະສິດທິຜົນຕໍ່ການກວດ, ປິ່ນປົວພະຍາດຢ່າງແທ້ຈິງ.

        ເນື່ອງໃນໂອກາດນີ້, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປີດນຳໃຊ້ເຄືອຂ່າຍສາທາລະນະສຸກເຊື່ອມຕໍ່ ຫວຽດນາມ, ລະບົບຄຸ້ມຄອງຂໍ້ມູນຂ່າວສານ ຂັ້ນຮາກຖານ V20 ແລະ ລະບົບເອກະສານສຸຂາພິບານເອເລັກໂຕນິກ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top