• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງສາທາລະນະສຸກຖືຄວາມເພິ່ງພໍໃຈຂອງຄົນເຈັບເປັນຄາດໝາຍສຳຄັນທີ່ສຸດ


(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພົບ​ປະ​ກັບ​ຜູ້​ເຂົ້າ​ຮ່ວມ)
​      ຕອນ​ບ່າຍ​ວັນ​ທີ 12/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດຜັນ​ຂະ​ຫຍາຍ​ໜ້າ​ທີ່ ປີ 2017 ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ກ່ຽວ​ກັບ​ໜ້າ​ທີ່​ປີ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ.
        “ຂ​້າ​ພ​ະ​ເຈົ້າ​ສະ​ເໜີ​ໃຫ້​ຂະ​ແໜງ​ສາ​​ທາ​ລະ​ນະ​ສຸກ​ສືບ​ຕໍ​່​ປ່ຽນ​ໃໝ່, ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ, ຖືວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖ​ານ​ເປັນ​ຈຸດ​ສຸມ, ເພື່ອມຸ່ງ​ໄປ​ເຖ​ິງ​ຄາດ​ໝາຍ​ຄຸ້ມ​ຄອງ, ​ສົ່ງເສີມ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄົນ. ທ່ານ​ໝໍ​ຄອບ​ຄົວ​ທີ່​ຍົກ​ອອກ​ມາ​ແມ່​ນ​ຖືກ​ຕ້ອງ​ທີ່​ສຸດ, ​ແຕ່​ຖືກ​ຕ້ອງ​ສຳ​​ລັບ​ຕົວ​ເມືອງ, ເທດ​ສະ​ບານ​​ເມືອງເທົ່​ານັ້ນ. ສ່ວນ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ພູ​ດອຍ ທ່ານ​ໝ​ໍ​ຄອ​ບ​ຄົວຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ຫວຽດ​ນາມ ເທື່ອ”.
        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເນັ້ນ​ໜັກ​ວ່າ, ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ແມ່ນ​ສົ່ງ​ເສີມ​ສຸ​ຂະ​ພາບ, ສະ​ນັ້ນທາງ​ຂະ​ແໜງ​ຕ້ອງ​ຖື​ຄວາມ​ເພ​ິ່ງ​ພໍ​ໃຈ​ຂອງ​ຄົນ​ເຈັບ​ແມ່ນ​​ເປົ້າ​ໝາຍ​ສຳ​ຄັນ​ທີ່​ສຸດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top