• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ ວູງເຕົ່າ - ຟື້ນຟູສະພາບປົກກະຕິໃໝ່ພາຍຫຼັງໂລກລະບາດ

      ໜຶ່ງໃນບັນດາມາດຕະການນັ້ນແມ່ນອະນຸຍາດໃຫ້ເຮັດທົດລອງຮູບແບບການທ່ອງທ່ຽວສຳລັບສະຖານທີ່ ທ່ອງທ່ຽວ 4 ແຫ່ງໃນບໍລິເວນແຂວງທີ່ມີເງື່ອນໄຂຄົບຖ້ວນໃນສະພາບການໃໝ່.
ນ້ຳອຸ່ນທຳມະຊາດ Minera Hotspring  ບິ່ງເຈົາ
(ພາບ: nld.com.vn)
      ຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ ວູງເຕົ່າ ພວມຜັນຂະຫຍາຍບັນດາມາດຕະການເພື່ອຟື້ນຟູການທ່ອງທ່ຽວ, ເຊິ່ງແມ່ນໜຶ່ງໃນບັນດາຂົງເຂດເສດຖະກິດປາຍແຫຼມຂອງແຂວງ ທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19. ໜຶ່ງໃນບັນດາມາດຕະການນັ້ນແມ່ນອະນຸຍາດໃຫ້ເຮັດທົດລອງຮູບແບບການທ່ອງທ່ຽວສຳລັບສະຖານທີ່ ທ່ອງທ່ຽວ 4 ແຫ່ງໃນບໍລິເວນແຂວງທີ່ມີເງື່ອນໄຂຄົບຖ້ວນໃນສະພາບການໃໝ່. ນີ້ແມ່ນວິທີເຊິ່ງແຂວງ ບ່າເຣ້ຍ ວູງເຕົ່າ ເຊື່ອມຕົວເຂົ້າທ່າອ່ຽງຮັບມືຢ່າງປອດໄພ ກັບໂລກລະບາດ ເພື່ອພັດທະນາ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນຈຳນວນສະຖານທີ່ທ່ອງທ່ຽວ 4 ແຫ່ງທີ່ທົດລອງຮູບແບບການທ່ອງທ່ຽວນັ້ນ, ມີສະຖານທີ່ 3 ແຫ່ງແມ່ນຢູ່ເມືອງ ຊວຽນມົກ- ເປັນໜຶ່ງໃນຈຳນວນ 3 ເຂດຂຽວທີ່ຂຶ້ນກັບແຂວງ ບ່າເຣ້ຍ ວູງເຕົ່າ.
      ເຂດຜັກຜ່ອນບຳລຸງສຸຂະພາບບໍ່ນ້ຳອຸ່ນທຳມະຊາດ Minera Hotspring  ບິ່ງເຈົາ, ມີຈຸດປ່ອຍນ້ຳອຸ່ນ 70 ຈຸດ. ໃນຕະຫຼອດໄລຍະຜ່ານມາ, ບັນດາສະຖານທີ່ທ່ອງທ່ຽວດັ່ງກ່າວ ຟ້າວປັບປຸງ, ສ້ອມແປງ, ເພື່ອກຽມພ້ອມຮັບຕ້ອນ ແລະ ຮັບໃຊ້ນັກທ່ອງທ່ຽວທີ່ຈະກັບມາທ່ຽວໃຫ້ເປັນຢ່າງດີ. ທ່ານ ຟ້າມແອັງຄາ, ຫົວໜ້າຄະນະຄຸ້ມຄອງເຂດບໍ່ນ້ຳອຸ່ນ ບິ່ງເຈົາ ຢືນຢັນວ່າ ວິສາຫະກິດໄດ້ກະກຽມພື້ນຖານວັດຖຸຢ່າງຄົບຖ້ວນໃຫ້ແກ່ການເຄື່ອນໄຫວຄືນໃໝ່, ພິເສດແມ່ນປະຕິບັດຂໍ້ກຳນົດ "5 ຂໍ້" ຂອງການປ້ອງກັນ ຕ້ານໂລກລະບາດ ເຂົ້າໃນການຮັບໃຊ້ຢ່າງຮັດກຸມ.
       “ກ່ຽວກັບດ້ານບຸກຄະລາກອນ, ເງື່ອນໄຂເພື່ອເຂົ້າຮ່ວມການຮັບໃຊ້ນັ້ນ ພາລະກອນຮັບໃຊ້ທຸກຄົນຂອງພວກຂ້າພະເຈົ້າໄດ້ສັກວັກຊິນຄົບໝົດແລ້ວ. ໃນນັ້ນ, ກວ່າ 70% ໄດ້ສັກເຂັມທີ 2 ແລ້ວ. ດ້ວຍຈຳນວນພາລະກອນຮັບໃຊ້ໂດຍກົງຄືແນວນັ້ນ, ພວກຂ້າພະເຈົ້າສາມາດຕອບສະໜອງຕາມຄວາມຕ້ອງການເພື່ອເຂົ້າຮ່ວມລາຍການທ່ອງທ່ຽວທີ່ໄດ້ວາງອອກ”.  
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top